ທ່ານ ຟານແທງບິ່ງຕ້ອນຮັບ ທ່ານນາງ Krain Hulshof
(ພາບ: daibieunhandan.vn)
(vovworld)- ວັນທີ 30/8, ທີ່ການຕ້ອນຮັບ ທ່ານນາງ Krain Hulshof ຜູ້ອຳນວຍການກອງທຶນອາະນຸຊົນ ສະຫະປະຊາຊາດ (UNICEF) ເຂດອາຊີຕາເວັນອອກ-ປາຊີຟິກ, ທ່ານ ຟານແທງບິ່ງ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ ຊາວໜຸ່ນ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 11, ສະພາແຫ່ງຊາດ ຊຸດທີ 13 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍເດັກນ້ອຍ. ນີ້ແມ່ນພື້ນຖານດ້ານນິຕິກຳ ເພື່ອໃຫ້ຫວຽດນາມ ສືບຕໍ່ປົກປ້ອງສິດທິເດັກ, ຮັບປະກັນໃຫ້ການພັດທະນາຂອງເດັດນ້ອຍ. ຫົວໜ້າກຳມາທິການວັດທະນະທຳ, ການສຶກສາ ຊາວໜຸ່ນ, ເຍົາວະຊົນ ແລະ ອະນຸຊົນ ປາດຖະໜາວ່າ: ຫວຽດນາມ ແລະ UNICEF ຈະສືບຕໍ່ພ້ອມກັນຮ່ວມມື ເພື່ອໜູນຊ່ວຍ, ເບິ່ງແຍງຊີວິດການເປັນຢູ່ຂອງເດັກນ້ອຍ ໃຫ້ຖືກຕາມເນື້ອໃນຈິດໃຈ ຂອງກົດໝາຍວ່າດ້ວຍເດັກນ້ອຍ ແລະ ບັນດາສົນທິສັນຍາສາກົນ ກ່ຽວກັບສິດທິເດັກ.
ສ່ວນ ທ່ານ Krain Hulshof ຜູ້ອຳນວຍການ UNICEF ເຂດອາຊີຕາເວັນອອກ-ປາຊີຟິກ ເນັ້ນໜັກວ່າ: UNICEF ປາດຖະໜາຈະໄດ້ສືບຕໍ່ຮ່ວມເດີນທາງ ພ້ອມກັບຫວຽດນາມ ໃນການປະຕິບັດໜ້າທີ່ເບິ່ງແຍງດູແລ, ປົກປ້ອງສິດທິເດັກ, ພັດທະນາຢ່າງຮອບດ້ານໃຫ້ເດັກນ້ອຍ ກ່ຽວກັບດ້ານຮ່າງກາຍ, ສະຕິປັນຍາ, ຈິດໃຈ, ຄຸນສົມບັດ ແລະ ການພົວພັນໃນສັງຄົມ.