ຮ່ວມແຮງຮ່ວມໃຈ ແກ້ໄຂຜົນຮ້າຍ ຢ້ອນຫຼັງລູກລະເບີດທີ່ ຍັງບໍ່ທັນແຕກ ພາຍຫຼັງສົງຄາມ

ການ​ໂອ້​ລົ​ມສົນທະນາທີ່​ມີ​ຫົວ​ຂໍ້​ວ່າ ”ຮ່ວມ​​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ລູກລະ​ເບີດ​ທີ່ຍັງ​ບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ທັນວາ, ຢູ່ ຮ່າ​ໂນ້ຍ. ​​ໂດຍມີການເຂົ້າ​ຮ່ວມ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢູງ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢູງ ​ໃຫ້​ຮູ້​ວ່າ ພາຍຫຼັງ​ທີ່ສົງຄາມ​ສິ້ນ​ສຸດ​ລົງ, ຫວຽດນາມ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລູກລະ​ເບີດ​ທີ່ຍັງ​ບໍ່​ທັນ​ແຕກ​ ແລະ​ ໄດ້ສະ​ຫງວນ​ເງິນ​ນັບ​ຮ້ອຍລ້ານ​ໂດ​ລາ​ສະຫະລັດ/ປີ ​ໃຫ້​ແກ່​ວຽກ​ງານ​ນີ້. ​ເຖິງ​ວ່າ​ບັນລຸ​ໄດ້​ໝາກຜົນ​ທີ່​ດີ​ຫຼາຍ​ຢ່າງ​​ແລ້ວກໍ່ຕາມ, ​ແຕ່​ຍ້ອນຈຳນວນລູກລະ​ເບີດ​ໝາກ​ມີ່​ນ​ທີ່​ຍັງຄ້າງ​ໄວ້​ແມ່ນ​ມີ​ຫຼາຍ, ​ມັນໄດ້ກໍ່​​ສະພາບ​ມົນ​ລະ​ພິດ​ຢ່າງ​ໜັກໜ່ວງ ​ແລະ ກໍ່​ຄວາມ​ບາດ​ເຈັບ​ລົ້ມຕາຍ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ເດັກນ້ອຍ​ ​ໃນ​ແຕ່​ລະ​ວັນຢູ່.

    ”ດ້ວຍ​ຄວາມ​ປາຖະໜາ​ວ່າ ຫວຽດນາມ​ ຈະກາຍ​ເປັນ​ປະ​ເທດທີ່​ບໍ່​ມີ​ຜົນ​ກະທົບຈາກລູກລະ​ເບີດ​ທີ​ຍັງ​ບໍ່​ທັນ​ແຕກສຳລັບການ​ພັດທະນາ​ເສດຖະກິດ ສັງຄົມ, ສ້າງ​ສະພາບ​​ແວດລ້ອມ​ທີ່​ປອດ​ໄພ​ໃຫ້​ແກ່​ປະຊາຊົນ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກລູກລະ​ເບີດ​ໝາກ​ມີ່​ນ​ເຊື່ອມ​ຕົວ​ເຂົ້າ​ກັບຊີວິດ​ສັງຄົມ, ປີ 2010, ລັດຖະບານ​ຫວຽດນາມ​ໄດ້​ເຊັນ​ອະນຸມັດ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດກ່ຽວ​ກັບ​ການແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງຈາກລູກລະ​ເບີດ​ທີ​ຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງຄາມ. ການ​​ໂອ້ລົ​ມສົນທະນາ​ນີ້ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມມີ​ຂໍ້​ມູນ​ຂ່າວ​ສານຕື່ມ​ອີກ, ​ເພື່ອ​ແລກປ່ຽນ​ທິດ​ທາງ​ຮ່ວມ​ມື ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ສຳ​ເລັດ​ຜົນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ