(vovworld) - ວັນທີ 20/12, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸ໋ກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າແຫ່ງຊາດລາວ ແລະ ຄະນະຜູ້ແທນສະຫະສະມາຄົມນັກຮົບເກົ່າກຳປູເຈຍ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າທົ່ວປະເທດຫວຽດນາມ ຄັ້ງທີ 5. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຢືນຢັນວ່າ ຫວຽດນາມ - ລາວ - ກຳປູເຈຍ ແມ່ນ 3 ປະເທດບ້ານໃກ້ເຮືອນຄຽງ, ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ຍາມໃດກໍສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນໃນພາລະກິດຕໍ່ສູ້ ຍາດເອົາເອກະລາດມາໃຫ້ປະເທດຊາດຂອງແຕ່ລະປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ຫວັງວ່າ, ຍາມໃດ ນັກຮົບເກົ່າຂອງ 3 ປະເທດ ກໍມີສະຕິຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນພັດທະນາຢ່າງບໍ່ຢຸດຢັ້ງນັບທັງລວງກວ້າງ ແລະ ລວງເລີກ, ຮອບດ້ານ ແລະ ນັບມື້ນັບມີປະສິດທິຜົນສູງ.