ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນປະທານກອງປະຊຸມສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ

(VOVWORLD) - ວັນທີ 28 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້, ປະທານສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ ເປັນປະທານກອງປະຊຸມຂອງສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ
ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເປັນປະທານກອງປະຊຸມສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ (ພາບ: VGP)

ເພື່ອຕີລາຄາບັນດາດັດຊະນີເສດຖະກິດມະຫາພາກໃນໄຕມາດທີ 3 ແລະ 9 ເດືອນຕົ້ນປີ 2017. ທີ່ການປະຊຸມ, ບັນດາສະມາຊິກສະພາຕີລາຄາວ່າ ນະໂຍບາຍເງິນຕາ ແລະ ປີການເງິນໄດ້ຮັບການບໍລິຫານເປັນປົກກະຕິ, ສົມທົບກັນເປັນຢ່າງດີ, ປະກອບສ່ວນນຳບັນດາດັດຊະນີມະຫາພາກຫັນປ່ຽນໄປຕາມທິດຕັ້ງໜ້າ. ຍອດຜະລິດຕະພັນພາຍໃນປະເທດ (GDP) ໄດ້ເຕີບໂຕຜ່ານແຕ່ລະໄຕມາດ. ຕະຫລາດເງິນຕາຕ່າງປະເທດເປັນປົກກະຕິ, ບໍ່ມີການເໜັງຕີງຫລາຍກ່ຽວກັບອັດຕາແລກປ່ຽນ, ບັນດາຄວາມຕ້ອງການຢ່າງຖືກຕ້ອງກ່ຽວກັບເງິນຕາຕ່າງປະເທດໄດ້ຮັບການຕອບສະໜອງຢ່າງທັນການ….

        ບັນດາສະມາຊິກສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ ສະເໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີ ສືບຕໍ່ປະຕິຮູບດ້ານບໍລິຫານ, ຫລຸດຜ່ອນບັນດາລະບຽບການລົງທຶນດຳເນີນທຸກລະກິດ, ອຳນວຍຄວາມສະດວກໃຫ້ວິສາຫະກິດ; ປັບປຸງ, ປະກາດໃຊ້ນະໂຍບາຍດຶງດູດວິສາຫະກິດລົງທຶນເຂົ້າຂົງເຂດກະສິກຳ, ຊົນນະບົດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ