ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດສປປ.ເກົາຫຼີເຂົ້າຢ້ຽມຂ່ຳນັບ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບເອກອັກຄະລັດຖະທູດສປປ.ເກົາຫຼີເຂົ້າຢ້ຽມຂ່ຳນັບ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມ​ບ​ິ່ງ​ມິງ
​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ​ປ​ປ.ເກົາ​ຫຼີ​
(ພາບ: VGP)


(vovworld) - ຕອນ​ບ່າຍ​ວັນ​ທີ 16/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ​້ອນ​ຮັບ​ທ່ານ Kim Myong Gil, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ.ເກົາ​ຫຼີ, ເຂົ້າ​ຢ້ຽມ​ຂ່ຳ​ນັບ ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​​ການ​ທູດ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ບັນ​ດາ​ປ​ະ​ເທດ​ເພື່ອນ​ມິດ​ສາ​ກົນ, ໃນ​ນັ້ນ​ມີ​ສ​ປ​ປ.ເກົາ​ຫຼີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຕີ​ລາ​ຄ​າ​ສູງ​ເລື່ອງ 2 ປະ​ເທດ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທ​ູ​ດ​ຫວຽດ​ນາມ - ສປ​ປ.ເກົາ​ຫຼີ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Kim Myong Gil ຈະ​​ຕັ້ງ​ໜ້າ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ.

      ສ່ວນ​ທ່ານ Kim Myong Gil ​ກໍອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ​ກອມມ​ູ​ນິດ​ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ ແລະ ຢືນ​ຢັນວ່າ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ