ຮອງນາຍົກລັດຖະມົນຕີມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ເຂດຖືກເຄາະຮ້າຍຈາກໄພທຳມະຊາດຢູ່ເມືອງດ່າບັ໋ກ

(VOVWORLD) -ວັນທີ 05 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທີ່ຖືກເຄາະຮ້າຍຈາກໄພທຳມະຊາດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ

ຮອງນາຍົກລັດຖະມົນຕີມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ເຂດຖືກເຄາະຮ້າຍຈາກໄພທຳມະຊາດຢູ່ເມືອງດ່າບັ໋ກ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບິ່ງ ມອບຂອງຂວັນປະຊາຊົນຢູ່ຕາແສງ ໄວ່ເນືອ

(ພາບ: VGP)

ຢູ່ບ້ານ ເລົາບາຍ, ຕາແສງ ໄວ່ເນືອ, ເມືອງ ດ່າບັ໋ກ, ແຂວງຮ່ວາບິ່ງ, ເນື່ອງໃນໂອກາດບຸນປີໃໝ່ປີຈໍ 2018. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກກັບປະຊາຊົນເມືອງດ່າບັ໋ກ ເວົ້າສະເພາະ, ແຂວງຮ່ວາບິ່ງ ເວົ້າລວມ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງພາຍຫຼັງຝົນຕົກ, ນ້ຳຖ້ວມໃນໄລຍະຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນຊີ້ນຳ, ບໍລິຫານ, ແກ້ໄຂຄວາມເສຍຫາຍຍ້ອນຖືກຜົນກະທົບຈາກໄພທຳມະຊາດ, ເປັນເຈົ້າການຍົກຍ້າຍປະຊາຊົນ ແລະ ຈັດສັນເຂດຕັ້ງຖິ່ນຖານຄົງທີ່, ໂດຍສະເພາະແມ່ນເລື່ອງຊອກຫາບ່ອນຢູ່ອາໄສໃໝ່ທີ່ດີກວ່າ, ປະກອບສ່ວນຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນກ່ອນເຖິງວັນບຸນເຕັດປີຈໍ.

ຕອບກັບ

ຂ່າວ/ບົດ​ອື່ນ