ຮອງນາຍົກລັດຖະມົນຕີຫວູວັນນີງເຮັດວຽກກັບການນຳນະຄອນເກີນເທີ

ຮອງນາຍົກລັດຖະມົນຕີຫວູວັນນີງເຮັດວຽກກັບການນຳນະຄອນເກີນເທີ - ảnh 1
ຮອງ​ນາຍົກລັດຖະມົນຕີຫວູວັນນີ​ງ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ​ເກີນ​ເທີ
(ພາບ: VGP/Thành Chung)

(vovworld) – ຕອນ​ບ່າຍ​ວັນ​ທີ 8/7, ທ່ານ ຫວູວັນ​ນີງ, ​ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ມີການ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ ​ເກີນ​ເທີ, ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ 6 ​ເດືອນ​ຕົ້ນ​ປີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ນະຄອນ ​ເກີນ​ເທີ ບັນ​ລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢືນຢັນ ນີ້​ແມ່ນ​ປັດ​ໄຈ​ເພື່ອ​ໃຫ້​ແຂວງ ​ເກີນ​ເທີ ປະຕິບັດ​ສຳ​ເລັດ​ບັນດາ​ແຜນການ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ແຂວງ ​ເກີນ​ເທີ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້ບັນດາ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຊອກ​ຫາ​ບັນດາ​ຕະຫຼາດ​ໃຫຍ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ​ວ່າ: ​ແຂວງ ​ເກີນ​ເທີ ຄວນ​ປ່ຽນ​ໃໝ່​ບັນດາ​ຫົວໜ່ວຍ​ພາລະກິດ​ມີ​ລາຍ​ຮັບ, ຍູ້​ແຮງ​ການ​ຄວບ​ຄຸມ​ລາຄາ​ຕະຫຼາດ ​ແລະ ຮັບປະກັນ​ວຽກ​ງານ​ປ້ອງກັນຊາ​ດປ້ອງກັນ​ຄວາມ​ສະຫງົບ​ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ໃນ​ປະຈຸ​ບັນ.



ຂ່າວ/ບົດ​ອື່ນ