ຮອງປະທານປະເທດ Nguyen Thi Doan ເຮັດວຽກຢູ່ແຂວງ Ha Nam

ຮອງປະທານປະເທດ Nguyen Thi Doan ເຮັດວຽກຢູ່ແຂວງ Ha Nam - ảnh 1

(ພາບ:hanam.gov.vn)

( vovworld ) – ແຂວງ​ຮ່າ​ນາມ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ, ​ເພີ່ມ​ເຕີມ​ການວາງ​ແຜນ​ກຳນົດ​ລະຫວ່າງ​ເຂດ, ລະຫວ່າງ​ແຂວງ, ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ​ເມື່ອ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ຮ່າ​ນາມ​ໃນວັນ​ທີ 10/4​​​​. ທີ່​ການ​ເຮັດ​ວຽກ, ຜູ້ຕາງໜ້າ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ນາມ ​ໄດ້​ລາຍງານ​ໂດຍ​ຫຍໍ້​ສະພາບ​ການ​ລົງທຶນ​ໃຫ້​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ​ໃນ​ບໍລິ​ເວນ​ແຂວງ​ໃນ 5 ປີຜ່ານມາ….ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຕີ​ລາຄາ​ສູງ​ການ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ຢ່າງ​ທັນ​ການ, ຄົບ​ຊຸດ ​ແລະ ສອດຄ່ອງ​ກັບ​ຕົວ​ຈິງ. ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ກໍ​ໃສ່​ໃຈ​ວ່າ ສຳລັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ນາມ ຕ້ອງ​ເພີ່ມ​ເຕີມ​ນະ​ໂຍບາຍ​ກຳຈັດ​ສິ່ງ​ແວດ​ລ້ອມ​ໃນ​ໝູ່​ບ້ານ​ອາຊີບ​ຢ່າງ​ໄວວາ, ຄົ້ນຄ້ວາ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຜະລິດ​ກະສິກຳ, ລັກສະນະ​ຄົບ​ຊຸດ​ໃນ​ການ​ລົງທຶນ​ບັນດາ​ໂຄງການ​ຄົມມະນາຄົມ, ຊົນລະປະທານ, ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ.

 

 

 

 


ຂ່າວ/ບົດ​ອື່ນ