ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽ​ດນາມ ​ແມ່ນ​ບ້າດ​ກ້າວ​ທີ່​ຫຼົງ​ທິດ

ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽ​ດນາມ ​ແມ່ນ​ບ້າດ​ກ້າວ​ທີ່​ຫຼົງ​ທິດ - ảnh 1

ທ່ານ​ສະມາຊິກ​ສະພາ​ຕ່ຳ​ Eni Faleomavaega

(ພາບ:xaluan.com)

(vovworld)- ທ່ານ​ສະມາຊິກ​ສະພາ​ຕ່ຳ​ Eni Faleomavaega ສະມາຊິກ​ຂັ້ນສູງ​ຂອງ​ອະນຸ​ກຳມະການ​ອາຊີ-​ປາຊີ​ຟິກຂອງ​ສະພາ​ຕ່ຳອາ​ເມ​ລິ​ກາ ຫາ​ກໍ່​ອອກ​ແຈ້ງ​ການ​ໜັງສືພິມ​ໂດຍ​ຖື​ວ່າ ອັນ​ທີ່​ເອີ້ນ​ວ່າ: ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽ​ດນາມ ປີ 2012 ທີ່​ມີ​ລະຫັດ H.R 1410 ຊື່​ງ​ສະພາ​ຕ່ຳອາ​ເມ​ລິ​ກາ ​ໄດ້​​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 11/9 ທີ່​ຜ່ານ​ມາ​ນັ້ນ​ແມ່ນ​ບ້າດ​ກ້າວ​ທີ່​ຫຼົງ​ທິດ. ແຈ້ງ​ການ​ໜັງສືພິມ​ໃນ​ວັນ​ທີ 12/9 ຂອງທ່ານ​ສະມາຊິກ​ສະພາ​ຕ່ຳ​ Eni Faleomavaega ​ໄດ້​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເລື່ອງ​ຮ່າງ​ກົດໝາຍ​ສະບັບດັ່ງກ່າວ​ໂດຍ​ອະນຸ​ກຳມະການ​ອາ​ຟຼິກກາ, ການ​ແພດ​ທົ່ວ​ໂລກ ​ແລະ ສິດທິມະນຸ​ດຍົກ​ອອກ​ມາ ຫາກ​ບໍ່​ແມ່ນອະນຸ​ກຳມະການ​ອາຊີ-​ປາຊີ​ຟິກ, ຊື່​ງ​ແມ່ນ​ອົງການ​ຮັບຜິດຊອບ​ທຸກໆ​ການ​ຕົກລົງ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ອາ​ເມລກິ​ກາ ທີ່​ກ່ຽວຂ້ອງ​ເຖິງ​ຫວຽດນາມ. ທ່ານ​ສະມາຊິກ​ສະພາ​ຕ່ຳ​ Eni Faleomavaega ຖືວ່າ ຮ່າງ​ກົດໝາຍ ​H.R 1410 ອີງ​ຕາມ​ບັນດາ​ຂໍ້​ມູນ​ຂ່າວ​ຫຼ້າ​ຫຼັງ ບໍ່​ສ່ອງ​ແສງ​ຄວາມ​ກ້າວໜ້າ​ດ້ານ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ໄດ້. ຮ່າງ​ກົດ​ໝາຍ H.R 1410 ​ໄປ​ຝືນ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ ສະ​ໄໝ​ທ່ານ Bill Clinton, George Bush ​ແລະ B.Obama ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ