ຮ່າໂນ້ຍຄົ້ນຄ້ວາຮູບແບບກຳລັງກະທົບຕອບວ່ອງໄວເພື່ອຄົ້ນພົບແລະແກ້ໄຂສຸຂະອະນາໄມຄວາມປອດໄພດ້ານອາຫານ

ຮ່າໂນ້ຍຄົ້ນຄ້ວາຮູບແບບກຳລັງກະທົບຕອບວ່ອງໄວເພື່ອຄົ້ນພົບແລະແກ້ໄຂສຸຂະອະນາໄມຄວາມປອດໄພດ້ານອາຫານ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ເຮັດ​ວຽກ​ກັບ​ການ​ນຳ
​ຫລັກ​ແຫລ່ງ​ນະ​ຄອນ​ຮ່າ​ໂນ້ຍ
ພາບ:TTXVN

(vovworld)-ຕອນ​ເຊົ້າ​ວັນ​ທີ 27/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ນະ​ຄອນ ຮ່າ​ໂນ້ຍ ກ່ຽວ​ກັບ​ໝາກ​ຜົນ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 13 ປີ 2016 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສຸ​ຂະ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ນະ​ຄອນ​ຮ່າ​ໂນ້ຍ ຕ້ອງ​ແຈ້ງ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ຮາກ​ຖານ​ສະ​ຫນອງ​ອາ​ຫານ​ປອດ​ໄພ ແລະ ບໍ່​ປອດ​ໄພຢ່າງ​ທັນ​ການ​ໃຫ້​ແກ່ຜູ້​ໃຊ້​ສອຍ​, ສືບ​ຕໍ່​ສ້າງ​ລະ​ບົບ​ສະ​ຫນອງ​ອາ​ຫານ​ປອດ​ສານ​ພິດ​ໃຫ້​ແກ່​ນະ​ຄອນ. ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ​ເຫັນ​ດີ ອະ​ນຸ​ຍາດ​ໃຫ້​ນະ​ຄອນ​ຮ່​າ​ໂນ້ຍ ເປີດກວ້າງ​ຮູບ​ແບບ​ທົດ​ລອງກວດ​ກາ​ສະ​ເພາະ​ຂະ​ແຫນງ​ບັນ​ດາ​ເມືອງ, ຕາ​ແສງ ແລະ ມອບ​ໃຫ້​ນະ​ຄອນ ຮ່າ​ໂນ້ຍ ຄົ້ນ​ຄ້​ວາ​ຮູບ​ແບບ​ກຳ​ລັງ​ກະ​ທົບ​ຕອບ​ວ່ອງ​ໄວ​ເພື່ອ​ຄົ້ນ​ພົບ ແລະ ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ລະ​ເມີ​ດ​ຄວາມ​ປອດ​ໄພ​ສຸ​ຂະອະ​ນາ​ໄມ​ດ້ານ​ອາ​ຫານ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ