ເງິນ​ລົງ​ທຶນ FDI ຈຳ​ນວນ 18 ຕື້ USD ໄດ້ຈົດ​ທະ​ບຽນ​ເຂົ້າ ຫວຽດ​ນາມ ພາຍ​ໃນ 7 ເດືອນ​ຕົ້ນ​ປີ

(VOVWORLD) - ຕາມຕົວເລກຫຼ້າສຸດຂອງກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ), 7 ເດືອນຜ່ານມາ ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຈົດທະບຽບເຂົ້າ ຫວຽດນາມ, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ສຳລັບການປ່ອຍທຶນ FDI ກໍບັນລຸ 12,5 ຕື້ ກວ່າ USD, ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ໄລຍະດຽວກັນ.
ເງິນ​ລົງ​ທຶນ FDI ຈຳ​ນວນ 18 ຕື້ USD ໄດ້ຈົດ​ທະ​ບຽນ​ເຂົ້າ ຫວຽດ​ນາມ ພາຍ​ໃນ 7 ເດືອນ​ຕົ້ນ​ປີ - ảnh 1ລະບົບຜະລິດຂອງວິສາຫະກິດມີທຶນ FDI  ແຫ່ງໜຶ່ງ (ພາບ: TTXVN)

ກ່ຽວກັບຂົງເຂດລົງທຶນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງນຳໜ້າ, ດ້ວຍຍອດເງິນລົງທຶນບັນລຸ 12,65 ຕື້ ກວ່າUSD. ຂະແໜງດຳເນີນທຸລະກິດອະສັງຫາລິມະຊັບຢືນອັນດັບທີ 2; ຖັດຈາກນັ້ນແມ່ນຂະແໜງ: ຂາຍສົ່ງຂາຍຍ່ອຍ; ການເຄື່ອນໄຫວດ້ານວິຊາການ, ວິທະຍາສາດເຕັກໂນໂລຢີ; ....ແລະ ຂະແໜງອື່ນໆ.

        ກ່ຽວກັບຄູ່ຮ່ວມມືລົງທຶນ, ສິງກະໂປ ນຳໜ້າ, ກວມເອົາກວ່າ ¼ ຍອດເງິນລົງທຶນເຂົ້າ ຫວຽດນາມ. ຖັດມາແມ່ນ ຮົ່ງກົງ (ຈີນ), ຍີ່ປຸ່ນ, ຈີນ, ສ.ເກົາຫຼີ... ພິເສດ, ເປັນຄັ້ງທຳອິດ, ກີກິດສະຖານ ໄດ້ຈົດທະບຽນລົງທຶນໃໝ່. ເປັນອັນວ່າ, ໄລ່ຮອດປັດຈຸບັນ ມີ 147 ປະເທດ ແລະ ເຂດແຄວ້ນລົງທຶນເຂົ້າ ຫວຽດນາມ.

        ໄລ່ຕາມບໍລິເວນລົງທຶນນັ້ນ, ບັກນິງ ແມ່ນແຂວງນຳໜ້າ ດ້ວຍຍອດເງິນລົງທຶນຈົດທະບຽນເກືອບ 3,3 ຕື້ USD. ຖັດຈາກນັ້ນແມ່ນ ກວ໋າງນິງ, ນະຄອນ ໂຮ່ຈີມິນ; ບ່າເຣ້ຍ - ຫວູງເຕົາ; ຮ່າໂນ້ຍ, ຫາຍຟ່ອງ...

ຕອບກັບ

ຂ່າວ/ບົດ​ອື່ນ