ເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 2
ເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 2
(ພາບ: vietnam+)
(vovworld) - ການເຈລະຈານະໂຍບາຍດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 2 ໂດຍພົນໂທ ຫງວຽນຈີ໋ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ປະລິນຍາເອກ Samsom Makhudu Gulube ລັດຖະມົນຕີຮັບຜິດຊອບດ້ານປ້ອງກັນຊາດ ສ.ອາຟຣິກາໃຕ້ ດຳເນີນໄປໃນວັນທີ 29/03 ຢູ່ນະຄອນຫລວງ Pretoria. ທີ່ການເຈລະຈາ, ພົນໂທ ຫງວຽນຈີ໋ວິ້ງ ຢືນຢັນວ່າ ຄວາມສັນຕິພາບ, ການຮ່ວມມື ແລະ ພັດທະນາ ແມ່ນທ່າອ່ຽງຕົ້ນຕໍຂອງ ອາຊີ - ປາຊີຟິກ ເຖິງຢ່າງໃດກໍ່ຕາມ ພາກພື້ນນີ້ ຍັງປະສົບກັບສິ່ງທ້າທາຍກ່ຽວກັບຄວາມສະຫງົບຄື: ການຂັດແຍ້ງກ່ຽວກັບຜືນແຜ່ນດິນ ແລະ ບາງສິ່ງທ້າທາຍກ່ຽວກັບອາດຊະຍາກຳແບບໃໝ່ອື່ນໆ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານພົນໂທ ຫງວຽນຈີ໋ວິ້ງ ຊີ້ແຈ້ງຫຼັກໝັ້ນຂອງ ຫວຽດນາມ ແມ່ນທຸງການຂັດແຍ້ງກັນຕ້ອງໄດ້ແກ້ໄຂດ້ວຍໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ. ຫວຽດນາມ ຢືນຢັນການສະໜັບສະໜູນປອດນິວເຄຼຍໃນແຫຼມ ເກົາຫຼີ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ. ພົນໂທ ຫງວຽນຈີ໋ວິ້ງ ຖືວ່າ: 2 ຝ່າຍຄວນເພີ່ມທະວີກົນໄກຮ່ວມມືຢ່າງມີປະສິດທິຜົນ. ທ່ານພົນໂທ ຫງວຽນຈີ໋ວິ້ງ ກໍ່ຢືນຢັນວ່າ ອາຟຣິກາໃຕ້ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນຂົງເຂດນີ້.