ເຊີດຊູພົນລະເມືອງໜຸ່ມດີເດັ່ນນະຄອນ ໂຮ່ຈີມິນ 9 ຄົນ

(VOVWORLD) - ວັນທີ 02 ມັງກອນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເຊີດຊູ “ພົນລະເມືອງໜຸ່ມດີເດັ່ນນະຄອນ ໂຮ່ຈີມິນ ປີ 2018”. ທ່ານ ຟ້າມຮົ່ງເຊີນ, ເລຂາຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: 
ເຊີດຊູພົນລະເມືອງໜຸ່ມດີເດັ່ນນະຄອນ ໂຮ່ຈີມິນ 9 ຄົນ - ảnh 1 ງພິທີເຊີດຊູ “ພົນລະເມືອງໜຸ່ມດີເດັ່ນນະຄອນ ໂຮ່ຈີມິນ ປີ 2018” (ພາບ: TTXVN)

ການຂົນຂວາຍເລືອກຕັ້ງ, ຍ້ອງຍໍພົນລະເມືອງໜຸ່ມດີເດັ່ນແນໃສ່ພົບເຫັນ, ຍ້ອງຍໍ ແລະ ທະວີຄູນບັນດາແບບຢ່າງເປັນຊາວໜຸ່ມ, ເຍົາວະຊົນ, ອະນຸຊົນທີ່ມີຄຸນສົມບັດດີ, ຮຽນເກັ່ງ, ພ້ອມທັງແມ່ນມາດຕະການຈຸດສຸມປະຕິບັດການຮ່ຳຮຽນ ແລະ ປະຕິບັດຕາມແນວຄວາມຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ.

        ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍ, ຮັບຮູ້ບັນດາການອຸທິດສ່ວນຂອງພົນລະເມືອງໜຸ່ມດີເດັ່ນ 9 ຄົນ. ກ້າວເຂົ້າປີ 2019, ທ່ານ ຫງວຽນທ້ຽນເຍິນ ປາດຖະໜາວ່າ ພົນລະເມືອງໜຸ່ນດີເດັ່ນແຕ່ລະຄົນ ຕ້ອງນຳໜ້າໃນການປະກອບສ່ວນບັນດາແນວຄວາມຄິດປະດິດຄິດສ້າງ, ບຸກທະລຸເພື່ອສ້າງນະຄອນພັດທະນາ, ຍູ້ໄວວິວັດການສ້າງອຳນາດການປົກຄອງເອເລັກໂຕນິກ, ປະຕິບັດແຜນການສ້າງນະຄອນກາຍເປັນຕົວເມືອງອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ