ເຊື່ອມຕໍ່ການພັດທະນາເສດຖະກິດສັງຄົມລະຫວ່າງເຂດປະສົບກັບຄວາມຫຍຸ້ງຍາກກັບເຂດພັດທະນາ

ເຊື່ອມຕໍ່ການພັດທະນາເສດຖະກິດສັງຄົມລະຫວ່າງເຂດປະສົບກັບຄວາມຫຍຸ້ງຍາກກັບເຂດພັດທະນາ - ảnh 1
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​
ບັນ​ຫາ​ສັງ​ຄົມ
ພາບ:qhvn

(vovworld)-  ​ຕອນ​ບ່າຍ​ວັນ​ທີ 7/10, ສືບ​ຕໍ່​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 2, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ໝາກ​ຜົນ 2 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຍູ້​ແຮງ​ປະ​ຕິ​ບັດ​ຄາດ​ໝາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ຮອດ​ປີ 2020, ໃນ​ນັ້ນ ອັດ​ຕາ​ສ່ວ​ນ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຫລຸດ​ຜ່ອນ​ສະ​ເລ​່ຍ 2%/ປີ. ເພື່ອ​ຜັນ​ຂະ​ຫຍາຍ​ມະ​ຕິ​ຮອດ​ປີ 2020, ທ່ານ ຫງວຽນ​ຈ້ອງ​ດາມ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄ​ົມ ໃຫ້​ຮູ້​ວ່າ ຄວນ​ເພີ່ມ​ແຫລ່ງ​ກຳ​ລັງ​ລົງ​ທຶນ ແລະ ດຸ່ນ​ດ່ຽງ​ແຫລ່ງ​ກຳ​ລັງ​ໄລ​ຍະ​ກາງ ຂອງ​ລັດ ໃຫ້​ແກ່​ບັນ​ດາ​ນະ​ໂຍ​ບາຍ, ໂຄງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເລືອກ​ເຟັ້ນ​ນະ​ໂຍ​ບາຍ​ເພື່ອ​ບຸ​ລິ​ມະ​ສິດ​ຈັດ​ແບ່ງ, ນຳ​ໃຊ້​ແຫລ່ງ​ກຳ​ລັງ​ໃຫ້​ເໝາະ​ສົມ ແລະ ມີ​ປະ​ສິດ​ທິ​ຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ