ເປີດການເສັງຊອກຮູ້ກ່ຽວກັບອາຊຽນ ຄັ້ງທີ 5

ເປີດການເສັງຊອກຮູ້ກ່ຽວກັບອາຊຽນ ຄັ້ງທີ 5 - ảnh 1

ເປີດການເສັງຊອກຮູ້ກ່ຽວກັບອາຊຽນ ຄັ້ງທີ 5

(ພາບ:voh.com.vn)​

( vovworld ) –ເພື່ອແນ່ໃສ່ຍົກສູງຄວາມເຂົ້າອົກເຂົ້າໃຈ ແລະ ເພີ່ມທະວີນ້ຳໃຈ  ສາມັກຄີ, ມິດຕະພາບລະຫວ່າງປະຊາຊົນປະຊາຊາດຕ່າງໆ ໃນກຸ່ມອາຊຽນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ,​ ການເສັງຊອກຮູ້ກ່ຽວກັບອາຊຽນ ຄັ້ງທີ 5 ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 3/8 ຢູ່​ນະຄອນຫຼວງ​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ. ການ​ເສັງ​ປີ​ນີ້ມີ​ການ​ເຂົ້າຮ່ວມ​ຂອງ 30 ຄົນ​ຊື່​ງ​ແມ່ນ​ບັນດາ​ນັກຮຽນ​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ຜູ້​ເຂົ້າຮ່ວມ​ການ​ເສັງ​ຈະ​ຕ້ອງ​ຜ່ານ 3 ຮອງ​ເສັງ​ປະລະ​ໄນ​ດ້ວຍ​ພາສາ​ອັງກິດ, ​ແຕ່ລະ​ຮອບ​ມີ​ຄຳ​ຖາມ 20 ຂໍ້ກ່ຽວ​ກັບ​ຄວາມ​ຮູ້​ສັງ​ລວມ​ໃນ​ບັນດາ​ຂົງ​ເຂດ​ພູມ​ສາດ, ປະຫວັດສາດ, ວັດທະນະທຳ, ​ເສດຖະກິດ, ການ​ເມືອງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ກ່ຽວ​ກັບ​ອົງການ​ອາ​ຊຽນ. ບັນດາ​ຜູ້​ເຂົ້າຮ່ວມ​ການ​ເສັງ​ກໍ່​​ເຂົ້າຮ່ວມ​ການ​ເສັງ​ພົບ​ປະ​ແລກປ່ຽນ​ປະສົມ​ຊອກ​ຮູ້​ກ່ຽວ​ກັບ​ອາ​ຊຽນ ຈັດ​ຂຶ້ນ​ໃນ​ວັນ​ທີ 5/8 ພ້ອມ​ກັບ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ຢູ່​ນອກ​ການ​ເສັງ.

 

 

 

 

 

ຂ່າວ/ບົດ​ອື່ນ