ເປີດສະຫຼອງ“ສວນກ້າເບ້ຍແຫ່ງຄວາມສາມາດ“ຂອງສາດສະດາຈານໂງບາວເຈົາ

ເປີດສະຫຼອງ“ສວນກ້າເບ້ຍແຫ່ງຄວາມສາມາດ“ຂອງສາດສະດາຈານໂງບາວເຈົາ - ảnh 1
ເປີດສະຫຼອງ“ສວນກ້າເບ້ຍແຫ່ງຄວາມສາມາດ“ຂອງສາດສະດາຈານ
ໂງບາວເຈົາ
(ພາ​ບ:
Qtv.vn.)

(vovworld) - ວັນ​ທີ 10/1, ຢູ່​ນະຄອນ​ຮ້າ​ລອງ, ​ແຂວງ​ກວາງ​ນິງ, ​ສາ​ດສະ​ດາ​ຈານ​ໂງ​ບາ​ວ​ເຈົາ, ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຂັ້ນ​ສູງ​ດ້ານ​ເລກ​ຄະນິດ, ຜູ້​ໄດ້​ຮັບ​ລາງວັນ​ຄະນິດສາດ Fields ປີ 2010, ​ໄດ້​ເປີດ​ສະຫຼອງ “ສວນ​ກ້າເບ້ຍ​ແຫ່ງ​ຄວາມສາມາດ“ - ​ແຫ່ງ​ປຸກລຸກ ​ແລະ ຄູນ​ສ້າງ​ໃຫ້​ຜູ້​ມີ​ຄວາມ​ສາມາດ​ດ້ານ​ຄະນິດສາດ​ລຸ້ນຕ່າງໆ​ຂອງ​ແຂວງ​ກວາງ​ນິງ ​ແລະ ຫວຽດນາມ. ​ເພື່ອ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ຂອງ ສາ​ດສະ​ດາ​ຈານ​ໂງ​ບາ​ວ​ເຈົາ, ບໍລິສັດ ສວນ​ກ້າເບ້ຍ​ແຫ່ງ​ຄວາມສາມາດຈຳກັດ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ. ດ້ວຍ​ທິດ​ນຳ​ເຄື່ອນ​ໄຫວ​ປອດ​ກຳ​ໄລ. ບໍລິສັດ ສວນ​ກ້າເບ້ຍ​ແຫ່ງ​ຄວາມສາມາດຈຳກັດ ຈະ​ປະກອບສ່ວນ​ປະຕິບັດ​ແນວ​ຄວາມ​ຄິດ​ຂອງ​ການ​ນຳ​ທຸກ​ຂັ້ນ​ໃນ​ພາລະກິດ​ບຳລຸງ​ສ້າງນັກຮຽນ​ເກັ່ງ, ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ແຂວງ​ກວາງ​ນິງ ​ແລະ ນີ້​ກໍ່​ແມ່ນ​ແຫ່ງ​ພົບ​ປະ​ແລກປ່ຽນ​ຂອງ​ບັນດາ​ນັກວິທະຍາສາດ​ອັນ​ດັບ​ໜຶ່ງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ.


ຂ່າວ/ບົດ​ອື່ນ