ເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງຫວຽດນາມ - ສິງກະໂປ
ພົນໂທ ໂດ້ບ໋າຕິ້ ແລະ ພົນຕີ Ng Chee Meng
(ພາບ: TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງພົນຕີ Ng Chee Meng, ຜູ້ບັນຊາການກຳລັງປ້ອງກັນປະເທດສິງກະໂປ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍພົນໂທ ໂດ້ບ໋າຕິ້, ກຳມະການສູນກາງພັກ, ເສນາທິການໃຫຍ່, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດນຳໜ້າ, ໄດ້ໄປຢ້ຽມຢາມມິດຕະພາບ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 15/11.
ທີ່ການພົບປະເຈລະຈາ, ວັນທີ 13/11, ພົນຕີ Ng Chee Meng ແລະ ພົນໂທ ໂດ້ບ໋າຕິ້ ໄດ້ເປັນເອກະພາບນຳກັນກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການປະຕິບັດບັນດາເນື້ອໃນສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະຈະມາເຖິງເປັນຢ່າງດີ, ເຊິ່ງສຸມໃສ່ບັນດາຂົງເຂດຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະແລກປ່ຽນນາຍທະຫານໜຸ່ມ; ສືບຕໍ່ຮູ້ແຮງການຮ່ວມມືໃນຂົງເຂດບຳລຸງສ້າງຕາມທິດເພີ່ມຈຳນວນເພື່ອສະກັດ ແລະ ເປີດກວາງຂະແໜງບຳລຸງສ້າງ; ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຕັ້ງໜ້າໜູນຊ່ວຍ ແລະ ເຂົ້າຮ່ວມບັນດາເຫດການພົບປະແລກປ່ຽນດ້ານການທະຫານຫຼາຍຝ່າຍຊຶ່ງແຕ່ລະຝ່າຍເປັນເຈົ້າພາບຈັດຕັ້ງ…