(vovworld) – ຕອນບ່າຍວັນທີ 16/7, ຢູ່ສຳນັກງານກະຊວງປ້ອງກັນປະເທດ ສປ ຈີນ ທີ່ປັກກິ່ງ, ທ່ານ ພົນໂທ ຫງວຽນແທ່ງກຸງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະກັບພົນໂທ ຈາງຢ໋າງ, ຫົວໜ້າກົມໃຫຍ່ການເມືອງກອງທັບປົດປ່ອຍປະຊາຊົນ ຈີນ. ທີ່ການພົບປະ, ພົນໂທ ຈາງຢ໋າງ ຖືວ່າ: ການພົວພັນລະຫວ່າງ ກອງທັບ 2 ປະເທດ ໄດ້ຮັບຖືວ່າແມ່ນເສົາຄ້ຳສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ ແລະ ຫວຽດນາມ. ພົນໂທ ຫງວຽນແທ່ງກຸງ ຢືນຢັນເລື່ອງສ້າງສາ, ປົກປັກຮັກສາ ແລະ ພັດທະນາການພົວພັນມິດຕະພາບອັນດີງາມ, ໝັ້ນຄົງກັບ ຈີນ ແມ່ນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ, ກອງທັບປະຊາຊົນ ຫວຽດນາມ. ຍາມໃດ ຫວຽດນາມ ກໍ່ຈົດຈຳການຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ຈີນໃຫ້ແກ່ການປະຕິວັດ ຫວຽດນາມ ໃນການຕໍ່ສູ້ 2 ຄັ້ງເພື່ອຍາດເອົາເອກະລາດໃຫ້ແກ່ປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດ ຂອງ 2 ປະເທດມີການເຄື່ອນໄຫວຮ່ວມມືຕ່າງໆ ໄດ້ຮັບການເປີດກ້ວາງ, ກ້າວເຂົ້າສູ່ລວງເລິກ ແລະ ນຳມາເຊິ່ງປະສິດທິຜົນອັນແທດຈິງ. ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດ ຫວຽດນາມ ຫວັງວ່າ ກະຊວງປ້ອງກັນປະເທດ 2 ປະເທດ ຈະມີການພົບປະແລກປ່ຽນເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ສົມກັບການພົວພັນລະຫວ່າງ 2 ປະເທດ.