ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ເສດ​ຖະ​ກິດ​ໝູນ​ວຽນ​ໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) - ກອງປະຊຸມໄດ້ຈັດຂຶ້ນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງບັນດາຝ່າຍກ່ຽວກັບບົດບາດຂອງເສດຖະກິດໝູນວຽນ ສຳລັບບັນດາເປົ້າໝາຍພັດທະນາໃນຂະແໜງກະສິກຳ; ຜັນຂະຫຍາຍແຜນຮ່າງພັດທະນາວິທະຍາສາດ ແລະ ໝູນໃຊ້, ຖ່າຍຖອດເຕັກໂນໂລຢີ, ຊຸກຍູ້ເສດຖະກິດໝູນວຽນໃນຂົງເຂດກະສິກຳຮອດປີ 2030 ເຊິ່ງລັດຖະບານໄດ້ອະນຸມັດຜ່ານ; ສະເໜີບັນດາມາດຕະການກ່ຽວກັບກົນໄກ ແລະ ນະໂຍບາຍສຳລັບການພັດທະນາເສດຖະກິດໝູນວຽນຢູ່ ຫວຽດນາມ.

ວັນທີ 08 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ (UNDP) ຈັດກອງປະຊຸມສົນທະນານະໂຍບາຍ “ເພີ່ມທະວີການຮ່ວມມືສາກົນ ແລະ ການສົມທົບຫຼາຍຂະແໜງ ກ່ຽວກັບເສດຖະກິດໝູນວຽນໃນຂົງເຂດກະສິກຳ”. ກອງປະຊຸມໄດ້ຈັດຂຶ້ນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງບັນດາຝ່າຍກ່ຽວກັບບົດບາດຂອງເສດຖະກິດໝູນວຽນ ສຳລັບບັນດາເປົ້າໝາຍພັດທະນາໃນຂະແໜງກະສິກຳ; ຜັນຂະຫຍາຍແຜນຮ່າງພັດທະນາວິທະຍາສາດ ແລະ ໝູນໃຊ້, ຖ່າຍຖອດເຕັກໂນໂລຢີ, ຊຸກຍູ້ເສດຖະກິດໝູນວຽນໃນຂົງເຂດກະສິກຳຮອດປີ 2030 ເຊິ່ງລັດຖະບານໄດ້ອະນຸມັດຜ່ານ; ສະເໜີບັນດາມາດຕະການກ່ຽວກັບກົນໄກ ແລະ ນະໂຍບາຍສຳລັບການພັດທະນາເສດຖະກິດໝູນວຽນຢູ່ ຫວຽດນາມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢັ້ງຢືນວ່າ:

        “ກອງປະຊຸມນີ້ ມີຄວາມໝາຍອັນແທດຈິງ, ແນະນຳບັນດາຮູບແບບຂອງ ຫວຽດນາມ, ພິເສດແມ່ນຮູບແບບທີ່ດີຂອງໂລກ ເພື່ອໃຫ້ພວກເຮົາຄັດເລືອກ, ຜັນຂະຫຍາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມນີ້ ຈະແມ່ນປະຖົມປັດໄຈ, ແມ່ນພື້ນຖານເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ສົມທົບຫຼາຍຂະແໜງການ ເພື່ອສະເໜີ, ຜັນຂະຫຍາຍບັນດາກິດຈະກຳລະອຽດໃນການຮ່ວມສຳພັນລະບົບກະສິກຳໝູນວຽນ, ເຊັ່ນ ຄຳໝັ້ນສັນຍາຂອງນາຍົກລັດຖະມົນຕີຮອດປີ 2050 ຫວຽດນາມ ບັນລຸລະດັບຫຼຸດຜ່ອນອາຍພິດເຮືອນແກ້ວລົງເປັນ 0.”


ຕອບກັບ

ຂ່າວ/ບົດ​ອື່ນ