ເພີ່ມທະວີການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ
(VOVWORLD) - ຕອນບ່າຍວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Tan See Leng ລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ - ການຄ້າ ສິງກະໂປ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຕ້ອນຮັບທ່ານ Tan See Leng ລັດຖະມົນຕີຜູ້ທີ 2 ກະຊວງອຸດສາຫະກຳ - ການຄ້າ ສິງກະໂປ. (ພາບ: VGP) |
ນະທີ່ນີ້, ທ່ານໄດ້ຕີລາຄາສູງການເຄື່ອນໄຫວຢ່າງມີປະສິດທິຜົນຂອງຕາໜ່າງ 18 ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຖືວ່າ ຕ້ອງຍົກລະດັບການກໍ່ສ້າງບັນດາເຂດ VSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ປ່ຽນແປງໃໝ່, ຍົກສູງຄວາມຮັບຜິດຊອບຂອງສິ່ງແວດລ້ອມ ແລະ ສັງຄົມ. ກ່ຽວກັບໂຄງການແລກປ່ຽນຜູ້ມີຄວາມເກັ່ງກ້າສາມາດທາງດ້ານນະວັດຕະກຳ ຫວຽດນາມ ກັບ ສິງກະໂປນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ແລກປ່ຽນ, ຕົກລົງເປັນເອກະພາບຂັ້ນຕອນ ແລະ ແບບວິທີຜັນຂະຫຍາຍຊ່ວຍໃຫ້ໂຄງການໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ.
ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ສູນນະວັດຕະກຳ ຫວຽດນາມ (NIC) ແລະ ອົງການວິທະຍາສາດ, ເຕັກໂນໂລຢີ ແລະ ຄົ້ນຄວ້າຂອງ ສິງກະໂປ ເພີ່ມທະວີການເຊື່ອມຕໍ່ຢ່າງແຮງກວ່າອີກ, ຈະມີບັນດາໂຄງການ, ຜະລິດຕະພັນລະອຽດເພື່ອຫັນບັນດາຄຳໝັ້ນສັນຍາ, ການໜູນຊ່ວຍແທດຈິງໃຫ້ແກ່ວິສາຫະກິດ ສອງປະເທດໃຫ້ປະກົດຜົນເປັນຈິງ.