ເລີ່ມ​ຕົ້ນ​ຮອບ​ເຈ​ລະ​ຈາ​ໃໝ່​ກ່ຽວ​ກັບ​ການ​ສົ່ງ​ອອກ​ທັນ​ຍາ​ຫານ​ຂອງ ຢູ​ແກຼນ

(VOVWORLD) -ຕວັກກີ ພວມສົມທົບກັບ ສປຊ ເພື່ອຊຸກຍູ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ແກ້ໄຂສະພາບລາຄາສິນຄ້າຂຶ້ນສູງຄື ທັນຍາຫານ, ນ້ຳມັນພືດ,  ເຊື້ອເພີງ ແລະ ຝຸ່ນ ພາຍຫຼັງເກີດການປະທະກັນຢູ່ ຢູແກຼນ ເມື່ອທ້າຍເດືອນ ກຸມພາ ປີ 2022 ນີ້. 
ເລີ່ມ​ຕົ້ນ​ຮອບ​ເຈ​ລະ​ຈາ​ໃໝ່​ກ່ຽວ​ກັບ​ການ​ສົ່ງ​ອອກ​ທັນ​ຍາ​ຫານ​ຂອງ ຢູ​ແກຼນ - ảnh 1ລະດູການເກັບກ່ຽວກັບ ຢູແກຼນ (ພາບ:  AFP/TTXVN)

ຄະນະຜູ້ແທນການທະຫານຂອງ ລັດເຊຍ, ຢູແກຼນ ແລະ ຕວັກກີ ພ້ອມດ້ວຍບັນດາເຈົ້າໜ້າທີ່ຂອງ ສປຊ ໄດ້ໂຮມປະຊຸມຢູ່ນະຄອນ Istanbul, ຕວັກກີ ໃນວັນທີ 13 ກໍລະກົດ, ເລີ່ມຕົ້ນການເຈລະຈາຮອບໃໝ່ກ່ຽວກັບການເຊື່ອມຕໍ່ການສົ່ງອອກທັນຍາຫານຂອງ ຢູແກຼນ ຈາກທ່າກ່ຳປັ່ນ Odesa ຝັ່ງທະເລດຳ ຄືນໃໝ່. ນີ້ແມ່ນກອງປະຊຸມທຳອິດທີ່ມີການເຂົ້າຮ່ວມໂດຍກົງຂອງເຈົ້າໜ້າທີ່ ລັດເຊຍ ແລະ ຢູແກຼນ ນັບແຕ່ວັນທີ 29 ມີນາເປັນຕົ້ນມາ. ຕວັກກີ ພວມສົມທົບກັບ ສປຊ ເພື່ອຊຸກຍູ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ແກ້ໄຂສະພາບລາຄາສິນຄ້າຂຶ້ນສູງຄື ທັນຍາຫານ, ນ້ຳມັນພືດ,  ເຊື້ອເພີງ ແລະ ຝຸ່ນ ພາຍຫຼັງເກີດການປະທະກັນຢູ່ ຢູແກຼນ ເມື່ອທ້າຍເດືອນ ກຸມພາ ປີ 2022 ນີ້. ຕາມບັນດານັກການທູດແລ້ວ, ການເຈລະຈາດັ່ງກ່າວ ຈະປຶກສາຫາລືກ່ຽວກັບເລື່ອງ ກໍ່າປັ່ນຂອງ ຢູແກຼນ ພາທາງໃຫ້ກ່ຳປັ່ນຂົນສົ່ງທັນຍາຫານລຳອື່ນໆ ເຂົ້າ - ອອກເຂດທ່າກ່ຳປັ່ນທີ່ວາງລະເບີດ, ບັນດາຝ່າຍປະທະກັນ ກໍເຫັນດີຢຸດຍິງໃນຂະນະທີ່ມີກ່ຳປັ່ນຂົນສົ່ງທັນຍາຫານໄປຜ່ານ, ສ່ວນຕວັກກີ ພາຍໃຕ້ການໜູນຊ່ວຍຂອງ ສປຊ ມີໜ້າທີ່ກວດກາກ່ຳປັ່ນ, ເຮືອລຳຕ່າງໆ ເພື່ອແກ້ໄຂຄວາມວິຕົກກັງວົນຂອງ ມົດສະກູ ກ່ຽວກັບເລື່ອງອາດຈະເກີດການຄ້າຂາຍອາວຸດເຖື່ອນ.


ຕອບກັບ

ຂ່າວ/ບົດ​ອື່ນ