ເວທີປາໄສສົ່ງເສີມການລົງທຶນແລະການຄ້າຫວຽດນາມ-ສະວິດຢູ່ເຊີແນວ

ເວທີປາໄສສົ່ງເສີມການລົງທຶນແລະການຄ້າຫວຽດນາມ-ສະວິດຢູ່ເຊີແນວ - ảnh 1
ເວທີປາໄສສົ່ງເສີມການລົງທຶນແລະ
ການຄ້າຫວຽດນາມ-ສະວິດຢູ່ເຊີແນວ
(ພາບ: TTXVN)

(vovworld) – ວັນ​ທີ 07/12, ຄະນະ​ຜູ້ຕາງໜ້າ​ປະຈຳ ຫວຽດນາມ ຄຽງ​ຂ້າງ ສະຫະ​ປະຊາ​ຊາດ (ສປຊ), ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ຢູ່ ​ເຊີ​ແນວ ຈັດ​ຕັ້ງ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ ຫວຽດນາມ - ສະ​ວິດ ຢູ່​ສຳນັກງານ ສປຊ ທີ່ ​ເຊີ​ແນວ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສະ​ວິດ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ຍຸຕິ​ທຳ ຫວຽດນາມ ຫງວຽນ​​ແຄ໋ງງ້ອກ, ບັນດາ​ຜູ້ຕາງໜ້າ​ຂອງ​ກອງ​ປະຊຸມ ສປຊ ກ່ຽວ​ກັບ​ການ​ຄ້າ ​ແລະ ພັດທະນາ (UNCTAD), ຜູ້ຕາງໜ້າ​ຫ້ອງການ​ການ​ຄ້າ, ອຸດສາຫະກຳ ​ແລະ ການ​ບໍລິການ ​ເຊີ​ແນວ (CCIG), ພ້ອມ​ກັບ​ບັນດາ​ນັກ​ບໍລິຫານ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ ​ແບ່ງປັນ​ບັນດາ​ກາລະ​ໂອກາດ, ບົດຮຽນ​ດຳ​ເນີນ​ທຸລະ​ກິດ​ໃນ​​ໄລຍະ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ການ​ແກ່ງ​ແຍ້​ງ​ໃນທົ່ວ​ໂລກ. ທ່ານ Vincent Subilia, ຮອງ​ຜູ້ອຳນວຍການ​ຮັບ​ຜິດ​ຊອບ​ບັນດາ​ບັນຫາ​ກຳມະການ​ສາກົນ​ຂອງ CCIG, ​ໄດ້​ແນະນຳ​ບັນດາ​ໂອກາດ​ຮ່ວມ​ມືລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ສະ​ວິດ ​ໃຫ້​ແກ່​ບັນດາ​ນັກທຸລະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​. ບັນດາ​ນັກ​ຊ່ຽວຊານ UNCTAD ໄດ້​​​ໄຈ້​ແຍກ, ຕີ​ລາຄາຢ່າງ​ພາລະ​ວິ​ໄສ​ກ່ຽວ​ກັບ​​ຕະຫລາດ ຫວຽດນາມ. ຄະນະ​ຜູ້ຕາງໜ້າ​ປະຈຳ ຫວຽດນາມ ຢູ່ ​ເຊີ​ແນວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ປີ 1984 ​ແລະ ນີ້​ແມ່ນ​ເທື່ອ​ທຳ​ອິດ​ຈັດ​ຕັ້ງ​ເວທີ​ປາ​ໄສ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່ ​ເຊີ​ແນວ ​ສຳ​ເລັດ​ຜົນ. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຄະນະ​ຜູ້ຕາງໜ້າ​ ແມ່ນສະໜອງ ​ແລະ ສ້າງ​ຂົວ​ຕໍ່​ສົ່ງ​ເສີມ​ການ​ລົງທຶນ - ການ​ຄ້າ​ໃຫ້​ບັນດາ​ບໍລິສັດ ຫວຽດນາມ ​ແລະ ສະ​ວິດ. ​ເວ​ທີ​ປາ​ໄສ​ໄດ້​ສ້າງ​ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ, ກົງ​ໄປ​ກົງ​ມາ, ​ແບ່ງປັນ​ແນວ​ຄວາມ​ຄິດ​ລົງທຶນ​ດຳ​ເນ​ີນທຸລະ​ກິດ, ປະກອບສ່ວນ ນຳ​ມາ​​ເຊິ່ງ​ຜົນ​ປະ​ໂຫຍ​ດ, ປະສິດທິ​ຜົນ ​ແລະ ​ແທດ​ຈິງ ​ໃນ​ການ​ເຄື່ອນ​ໄຫວ​​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ກໍ​ຄື​ຢູ່ ສະ​ວິດ.

ຂ່າວ/ບົດ​ອື່ນ