ເສີມຂະຫຍາຍບົດບາດຄະນະກຳມະການຫວຽດນາມ ສາມັກຄີ ແລະ ຮ່ວມມືອາຊີ - ອາຟລິຫາ - ອາຟລິກາລາຕີນ

ເສີມຂະຫຍາຍບົດບາດຄະນະກຳມະການຫວຽດນາມ ສາມັກຄີ ແລະ ຮ່ວມມືອາຊີ - ອາຟລິຫາ - ອາຟລິກາລາຕີນ - ảnh 1
ກອງປະຊຸມ​ໃຫຍ່​ຄັ້ງ​ທີ 6 (2013 - 2018)
(ພາບ: cpv.org.vn)


(vovworld) - ວັນ​ທີ 23 ສິງຫາ, ຢູ່​ຮ່​ໂນ້ຍ, ຄະນະ​ກຳມະການ​ຫວຽດນາມ ສາມັກຄີ ​ແລະ ຮ່ວມ​ມື​ອາຊີ - ອາ​ຟລິ​ຫາ - ອາ​ຟລິກາ​ລາຕີ​ນ ​ໄດ້​ຈັດ​ຕັ້ງ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ 6 (2013 - 2018). ກ່າວ​ຄຳ​ເຫັນ​ທີ​ກອງ​ປະ​ຊຸມ​ໃຫຍ່, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ວູ້ຊວນ​ຮົ່ງ ຢືນຢັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ທີ່​ບັນດາ​ເວທີ​ປາ​ໄສ​ປະຊາຊົນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ; ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ລວມຂອງ​ປະຊາຊົນ​ໂລກ ​ເພື່ອ​ຄວາມ​ກ້າວໜ້າ, ຍຸຕິ​ທຳ​ສັງຄົມ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ​ເຫັນ​ດີ​ຕໍ່​ທິດ​ທາງ, ໜ້າ​ທີ່​ຂອງ​ຄະນະ​ກຳມະການ​ໃນ​ອາ​ຍຸການ​ຈະ​ມາ​ເຖິງ, ທ່ານ​ປະທານ ວູຊວນ​ຮົ່ງ ຖື​ວ່າ ຄະນະ​ກຳມະການ​ຕ້ອງ​ເສີມ​ຂະຫຍາຍ​ທີ່​ຕັ້ງ​ບົດບາດ ກໍ່​ຄື​ການ​ພົວພັນ​ກັບ​ສາກົນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ປະຊາຊົນ​ເປັນ​ຢ່າງ​ດີກ​ວ່າ​ອີກ, ​ເປີດ​ກວ້າງ​ເຄືອ​ຂ່າ​ຍຄູ່​ຮ່ວມມື​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ກັບ​ບັນດາ​ອົງການ ​ແລະ ປະຊາຊົນ​ປະ​ເທດ​ຕ່າງໆ, ພິ​ເສດ​ແມ່ນ​​ເຂດອາຊີ - ອາ​ຟລິ​ຫາ - ອາ​ຟລິກາ​ລາຕີ​ນ; ຊຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ຄົ້ນຄວ້າກວ່າ​ອີກ, ຊອກ​ຫາ​ຄວາມ​ສາມາດ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຢ່າງ​ຕັ້ງໜ້າ, ປັບປຸງ ​ແລະ ຮັດ​ແໜ້ນ​ການ​ພົວພັນ, ສົມທົບ​ລະຫວ່າ​ງຄະນະ​ກຳມະການ ​ແລະ ບັນດາ​ສາມາ​ຊິກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ.
ຂ່າວ/ບົດ​ອື່ນ