ເອົາໃຈໃສ່,ສ້າງບັນດາ ນະໂຍບາຍສຳລັບຜູ້ມີ ຄຸນງາມຄວາມດີຕໍ່ ປະເທດຊາດເປັນສົມບູນແບບ
(ພາບ: tinmoi.vn)
(vovworld) –ວັນທີ 28/6, ທ່ານຫງວຽນທ້ຽນເຍິນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະ ສສຊ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງກອງພົນ 352 (ກອງພົນໃຫ່ຍ 2) ຕັ້ງຢູ່ຕາແສງຮົ່ງຢາງ, ເມືອງລຸກງ້ານ, ແຂວງບັກຢາງ.
ຕາງໜ້າບັນດາ ສສຊ ແຂວງບັກຢາງ, ທ່ານຫງວຽນທ້ຽນເຍິນ ໄດ້ຮັບຟັງ, ຕອບບັນດາຄຳຖາມ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງພ້ອມທັງໃຫ້ຮູ້ວ່າ: ຈະລາຍ ງານບັນດາເນື້ອໃນທີ່ກ່ຽວຂ້ອງຕໍ່ລັດຖະບານ, ບັນດາອົງການມີສິດອຳນາດເພື່ອພິຈາລະນາ, ແກ້ໄຂ. ທ່ານຫງວຽນທ້ຽນເຍິນ ຊີ້ແຈ້ງວ່າ: ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ແນວໂຮມປະເທດຊາດຫວຽດນາມ ໄດ້ເຊັນໂຄງການສົມທົບກັນປະຕິບັດການກວດກາຂະໜາດໃຫ່ຍນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃນໄລຍະ 2014-2015.
ກ່ຽວກັບບັນຫາປະລິນຍາຕີຈົບຈາກມະຫາວິທະຍາໄລບໍ່ທັນມີວຽກເຮັດງານທຳ, ສາຍເຫດຂອງສະພາບການດັ່ງກ່າວແມ່ນຍ້ອນໃນໄລຍະຍາວນານ, ຫວຽດນາມ ບໍ່ມີແຜນການພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ້າຍປີ 2010, ທ່ານນາຍົກລັດຖະ ມົນຕີຫວຽດນາມ ໄດ້ເຊັນອະນຸມັດແຜນການພັດທະນາແຫຼ່ງຊັບພະຍາກອນມະນຸດ ຂອງປະເທດຊາດເປັນຄັ້ງທຳອິດ, ຈາກນັ້ນ, ບັນດາຂະແໜງການ, ທ້ອງຖິ່ນມີຂໍ້ອ້າງອີງເພື່ອຜັນຂະຫຍາຍການວາງແຜນກຳນົດພັດທະນາແຫຼ່ງຊັບພະຍາກອນມະນຸດ.
ກ່ຽວກັບບ້ວງເງິນໜູນຊ່ວຍຕະຫຼາດອະສັງຫາລິມະຊັບທີ່ມີມູນຄ່າ 30.000 ຕື້ດົ່ງ, ການປ່ອຍເງິນຍັງຊັກຊ້າແມ່ນຍ້ອນບັນດາໂຄງການມີຕາມມາດຖານເພື່ອໄດ້ຮັບການໜູນຊ່ວຍສະຫງວນໃຫ້ແກ່ໂຄງການເຮືອນຢູ່ລາຍຮັບຕ່ຳຍັງນ້ອຍ, ນອກຈາກນັ້ນຍັງມີຂໍ້ຕິດຂັດໃນບັນຫາລະບຽບການຂອງທະນາຄານ ແລະ ວິສາຫະກິດ./.