ທ່ານ Kofi Annan ທູດພິເສດຂອງສະຫະປະຊາຊາດ
ພາບ:internet
|
(vovworld)- ແຜນການສັນຕິພາບຂອງທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ Kofi Annan ອາດຈະຖືກປະລາໄຊ ຍ້ອນລັດຖະບານ ຊີຣີ ແລະ ຝ່າຍຄ້ານບໍ່ຍອມປະນິປະນອມ. ແຈ້ງການໃນວັນທີ 8/4, ກະຊວງການຕ່າງປະເທດ ຊີຣີ ຊີ້ແຈງວ່າ ທະຫານ ຊີຣີ ຈະບໍ່ຖອນທະຫານອອກຈາກບັນດານະຄອນພວມເປັນຈຸດຮ້ອນກ່ອນທີ່ທ່ານ Annan ຍົກອອກບັນດາການຮັບປະກັນດ້ວຍລາຍລັກອັກສອນວ່າ: ບັນດາກຸ່ມປະກອບອາວຸດຝ່າຍຄ້ານຈະປົດອາວຸດເພື່ອຕອບສະຫນອງຄຳໝັ້ນສັນຍາຂອງລັດຖະບານ. ໃນຂະນະນັ້ນ ຜູ້ນຳກຳລັງທະຫານ ຊີຣີ ຍົກອອກການຮັບປະກັນດ້ວຍລາຍລັກອັກສອນວ່າ: ຍ້ອນສາຍເຫດຝ່າຍຄ້ານບໍ່ຮັບຮູ້ລັດຖະບານຂອງທ່ານປະທານາທິບໍດີ Bashar Al Assad. ທ່ານ Kofi Annan ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງຢູ່ ຊີຣີ ພວມປີ້ນຂັ້ນໄດ ໂດຍບໍ່ຫົວຊາຕໍ່ເວລາກຳນົດສຸດທ້າຍແມ່ນວັນທີ 10/4 ກ່ຽວກັບເລື່ອງຢຸດຍິງ.