ແອັດສະປາຍ ຈັບຕົວແຮກເກີຖືກສົງໄສວ່າບຸກໂຈມຕີບັນດາປະເທດ ນາໂຕ

(VOVWORLD) - ຕຳຫຼວດ ແອັດສະປາຍ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ຈັບຕົວແຮກເກີ 3 ຄົນທີ່ຖືກສົງໄສວ່າ ໄດ້ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແນໃສ່ ແອັດສະປາຍ ແລະ ບັນດາປະເທດອື່ນ
ແອັດສະປາຍ ຈັບຕົວແຮກເກີຖືກສົງໄສວ່າບຸກໂຈມຕີບັນດາປະເທດ ນາໂຕ - ảnh 1ສຳນັກງານ ນາໂຕ ຢູ່ ບຣຸກແຊນ (ແບນຊິກ)
(ພາບ: Kyodo/TTXVN)

ວັນທີ 20 ກໍລະກົດ, ຕຳຫຼວດ ແອັດສະປາຍ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ຈັບຕົວແຮກເກີ 3 ຄົນທີ່ຖືກສົງໄສວ່າ ໄດ້ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແນໃສ່ ແອັດສະປາຍ ແລະ ບັນດາປະເທດອື່ນ ໃນອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ດ້ວຍຈຸດປະສົງກໍການຮ້າຍ.

ກຳລັງປົກປ້ອງພົນລະເຮືອນ ແອັດສະປາຍ ໃຫ້ຮູ້ວ່າ, ບັນດາຜູ້ຖືສົງໄສດັ່ງກ່າວຖືກຈັບຕົວ ດ້ວຍຄຳກ່າວຫາວ່າເຂົ້າຮ່ວມການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແບບບໍ່ໃຫ້ຕອບສະໜອງການບໍລິການ (DDoS) ແນໃສ່ບັນດາອົງການລັດຖະບານ ແລະ ບັນດາຂົງເຂດຍຸດທະສາດ. ຕຳຫຼວດໃຫ້ຮູ້ວ່າ, ບັນດາການຈັບຕົວຈັດຂຶ້ນຢູ່ Manacor ຢູ່ເຂດເກາະ Mallorca ຂຶ້ນກັບໝູ່ເກາະ Balearic ຂອງ ແອັດສະປາຍ, ກໍຄືຢູ່ Huelva ແລະ  Seville, ທາງພາກໃຕ້ ແອັດສະປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ