ໂຄສະນາວັດທະນະທຳຫວຽດນາມ ຢູ່ແບນຊິກ

ໂຄສະນາວັດທະນະທຳຫວຽດນາມ ຢູ່ແບນຊິກ - ảnh 1
ອາຫານຫວຽດນາມທີ່ແນະນຳໃນສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກ
 (ພາບ: vietnamplus.vn)

(vov) - ​ໃນ​ລະຫວ່າງ​ວັນ​ທີ 29/9 – 5/10, ສະຖານທູດ​ຫວຽດນາມ​ປະຈຳ​ແບນ​ຊິກ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂະໜາດ​ໃຫຍ່​ຢູ່​ນະຄອນຫຼວງບຮຸກ​ແຊນ, ​ແຫ່ງ​ລາຊະ​ອານາຈັກ​ແບນ​ຊິກ, ​ເພື່ອ​ແນ​ໃສ່​ໂຄສະນາ​ວັດທະນະທຳ​ຫວຽດນາມ, ປະກອບສ່ວນ​ເປີດ​ສາກ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຕ່າງໆ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ລາຊະ​ອານາຈັກ​ແບນ​ຊິກ​ ​ໃນ​ປີ 2013. ​ເຫດການ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ໃນ​ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ເລື່ອງ ສະຖານທູດ​ຫວຽດນາມ​ ປະຈຳ​ແບນ​ຊິກ​ ມອບ​ຊຸດ​ອາພອນ​ປະຈຳ​ຊາດ​ຫວຽດນາມ​ ໃຫ້​ແກ້​ຮູບ​ປັ້ນ ”​ເດັກນ້ອຍ Mannekin - Pari”. ທ່ານ Pham Sanh Chau, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ລາຊະ​ອານາຈັກ​ແບນ​ຊິກ, ​ໃຫ້​ຮູ້​ວ່າ:

        ”ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ແບນ​ຊິກ ​ແລະ ສະຖານທູດ​ຫວຽດນາມ​ປະຈຳ​ແບນ​ຊິກ ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ມອບ​ຊຸດ​ອາພອນ​ປະຈຳ​ຊາດ​ໃຫ້​ແກ່​ຮູບ​ປັ້ນເດັກນ້ອຍ Mannekin – Pari. ນີ້​ແມ່ນ​ສະຖານ​ທີ່​ເຊິ່ງນັກ​ທ່ອງ​ທ່ຽວ​ເຄີຍ​ມາ​ຢ້ຽມຢາມ​ເປັນ​ປະຈຳ, ​ແມ່ນ​ສັນຍາ​ລັກ​ຂອງ​ຊາວບຣຸກ​ແຊນ ​ເວົ້າ​ສະ​ເພາະ ​ແລະ ຊາວ​ແບນ​ຊິກ​ ເວົ້າ​ລວມ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​​ໂຄສະນາ​ພາບ​ພົດ​ຫວຽດນາມ. ຊຸດ​ອາພອນ​ປະຈຳ​ຊາດ​ຫວຽດນາມ​ ສະ​ແດງ​ໃຫ້​ເຫັນ​ວີນຍານ​ຂອງ​ຊາວ​ຫວຽດນາມ, ນີ້​ແມ່ນ​ການ​ສົມທົບ​ລະຫວ່າງ​ສອງ​ພື້ນຖານ​ວັດທະນະທຳ: ຝ່າຍ​ຕາ​ເວັນ​ອອກ ​ແລະ ຝ່າຍ​ຕາ​ເວັນ​ຕົກ”.

        ​ໃນ​ໂອກາດ​ດຳ​ເນີນ​ສັບປະດາ​ວັດທະນະທຳ​ຫວຽດນາມ​ຢູ່​ແບນ​ຊິກ ຍັງ​ມີ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ອາຫານ​ການ​ກິນ​ໃນ​ລາດ​ຊະ​ວັງ​ເຫວ໋, ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ຊຸດ​ອາພອນ​ປະຈຳ​ຊາດ, ນັບ​ທັງ​ຊຸດ​ອາພອນ​ຂອງ​ບັນດາເຜົ່າ​ສ່ວນ​ໜ້ອຍ​ຢູ່​ຫວຽດນາມ, ​ແນ​ໃສ່​ແນະນຳ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ວັດທະນະທຳ​ຫວຽດນາມ.

ຂ່າວ/ບົດ​ອື່ນ