ໂປໂລຍພ້ອມແລ້ວທີ່ຈະແບ່ງປັນບົດຮຽນດ້ານປ້ອງກັນຊາດໃຫ້ແກ່ຫວຽດນາມ

ໂປໂລຍພ້ອມແລ້ວທີ່ຈະແບ່ງປັນບົດຮຽນດ້ານປ້ອງກັນຊາດໃຫ້ແກ່ຫວຽດນາມ - ảnh 1
ໂປ​ໂລ​ຍ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດ​ຮຽນ
​ດ້ານ​ປ້ອງ​ກັນຊາ​ດ​ໃຫ້​ແກ່​ຫວຽດນາມ
(ພາບ: chinhphu.vn)


(vovworld) –  ວັນ​ທີ 06/08, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ໂປ​ໂລ​ຍ ​ໂດຍ​ທ່ານ​ລັດຖະມົນ​ຕີ Tomasz Siemoniak ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຫວັງ​ວ່າ ພາຍຫຼັງ​ການ​ຢ້ຽມ​ຢາມ​, ການຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ປະ​ເທດ​ລະຫວ່າງ​ຫວຽດນາມ ​ແລະ ​​ໂປ​ໂລ​ຍ ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ. ທ່ານ​ລັດຖະມົນຕີ Tomasz Siemoniak ຢືນຢັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ຊາດ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ການ​ພັດທະນາ​ຢ່າງ​ແຮງ. ທ່ານ​ຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຮ່ວມ​ມື​ເປັນ​ຢ່າງ​ດີ ​ແລະ ​ເປ​ັນ​ເອກະ​ພາບ​ກັນບັນດາ​ວຽກ​ງານ​ທີ່ຈະຕ້ອງ​ເຮັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ລັດຖະມົນຕີ 2 ທ່ານ ​ໄດ້​ເປັນ​ເອກະ​ພາບ​ສ້າງ​ແຜນການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໂດຍ​ໄວ​ຄື ຈັດ​ຕັ້ງ​ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຂັ້ນຮອງ​ລັດຖະມົນຕີ, ສຳ​ລຸງ​ສ້າງ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ. ທ່ານ​ລັດຖະມົນຕີ Tomasz Siemoniak ​ໃຫ້​ຮູ້​ວ່າ, ​ໂປ​ໂລ​ຍ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ໃຫ້​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ວິວັດ​ການ​ເຂົ້າ​ຮ່ວມ​ກຳລັງປົກ​ປັກ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຢ່າງ​ວັດ​ທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ