(vovworld) – ຕອນເຊົ້າວັນທີ 27/12, ໂຮງໝໍມິດຕະພາບຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບນາມມະຍົດວິລະຊົນແຮງງານ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ. ຕາງໜ້າໃຫ້ການນຳພັກ, ລັດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ໂຮງໝໍມິດຕະພາບຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ.
“ຂະແໜງສາທາລະນະສຸກຫວຽດນາມ ເຕີບໃຫຍ່, ພັດທະນາຢ່າງບໍ່ຢຸດຢັ້ງ. ພວກເຮົາມີຄວາມເອກອ້າງຖະນົງໃຈ ແຕ່ບໍ່ຄວນມີສະຕິພຶງພໍໃຈກ່ຽວກັບບັນດາຜົນງານທີ່ບັນລຸໄດ້. ດ້ວຍທີ່ຕັ້ງສຳຄັນໃນລະບົບບັນດາໂຮງໝໍ, ດ້ວຍໜ້າທີ່ພິເສດ, ຄວາມຮຽກຮ້ອງວາງອອກສຳລັບໂຮງໝໍມິດຕະພາບ ນັບມື້ນັບສູງ. ຄຽງຄູ່ກັບຄວາມມານະພະຍາຍາມຂອງໝູ່ຄະນະ ກໍຕ້ອງໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍພິເສດຈາກພັກ, ລັດ, ເຊິ່ງໂດຍກົງແມ່ນກະຊວງສາທາລະນະສຸກ”.
ແລະກໍໃນວັນດຽວກັນ, ໂຮງລະຄອນສິລະປະຍຸກປະຈຸບັນຫວຽດນາມ ໄດ້ຈັດພິທີຕ້ອນຮັບນາມມະຍົດວິລະຊົນແຮງງານ ຢ່າງສົມກຽດ. ທີ່ພິທີມອບນາມມະຍົດອັນສູງສົ່ງນີ້ໃຫ້ໂຮງລະຄອນສິລະປະຍຸກປະຈຸບັນຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ອວຍພອນ, ຍ້ອງຍໍບັນດາຜົນງານເຊິ່ງໝູ່ຄະນະໂຮງລະຄອນບັນລຸໄດ້ໃນຫຼາຍປີຜ່ານມາ.