ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ - ສັນຍາລັກຂອງສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ.

(VOVWORLD) -ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມເປັນໜຶ່ງໃນບັນດາໂຄງການທີ່ເປັນສັນຍາລັກຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ໄວໜຸ່ມ ແລະ ອະນາຄົດ ຂອງ ປະເທດຊາດ
ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ - ສັນຍາລັກຂອງສາຍພົວພັນພິເສດ ລະຫວ່າງ ຫວຽດນາມ - ລາວ. - ảnh 1 ທ່ານນາງຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຕ່ອງທິຟ້ອງ ມອບຂອງຂວັນໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ (ພາບ: TTXVN) 

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ປະເທດ ສປປ. ລາວ ຢ່າງເປັນທາງການ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ຕອນເຊົ້າວັນທີ 25 ກຸມພາ, ທ່ານນາງຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຕ່ອງທິຟ້ອງ ພ້ອມດ້ວຍຄະນະຜູ້ແທນໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ. ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ້ອງ ໃຫ້ຮູ້ວ່າ: ໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມເປັນໜຶ່ງໃນບັນດາໂຄງການທີ່ເປັນສັນຍາລັກຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ໄວໜຸ່ມ ແລະ ອະນາຄົດ ຂອງ ປະເທດຊາດ. ທ່ານ ນາງຫວັງວ່າ ໃນໄລຍະຈະມາເຖິງ, ບັນດາຄູອາຈານ ແລະ ນັກຮຽນຈະສູ້ຊົນອອກແຮງແຂ່ງຂັນການສອນດີ, ຮຽນເກັ່ງ, ຍາມໃດກໍ່ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສອງພັກ, ສອງລັດ; ສືບຕໍ່ກໍ່ສ້າງໂຮງຮຽນໃຫ້ສົມເປັນໂຮງຮຽນຕົວແບບ, ສ້າງຜົນງານຫຼາຍຢ່າງທີ່ດີກ່ວາອີກໃນການບຳລຸງສ້າງ ແລະ ພັດທະນາແຫຼ່ງ ກຳລັງທີ່ມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນພາລະກິດສ້າງຊັບພະຍາກອນມະນຸດຂອງພັກ ແລະ ລັດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ