ໄຂກອງປະຊຸມສະຫະສະມາຄົມສາກົນກ່ຽວກັບການສະຖິຕິຢ່າງເປັນທາງການ

ໄຂກອງປະຊຸມສະຫະສະມາຄົມສາກົນກ່ຽວກັບການສະຖິຕິຢ່າງເປັນທາງການ - ảnh 1
ທ່ານ ຫວໍ​ຢ​ີ​ເຄືອງ, ຮອງ​ປະ​ທານ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ
ນະ​ຄອນ ດາ​ຫນັງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:baomoi.com

(vovworld)- ຕອນ​ເຊົ້າ​ວັນ​ທີ 8/10, ຢູ່ ດາ​ຫ​ນັງ ໄດ້​ໄຂ​ກກອງ​ປະ​ຊຸມ​ສະ​ຫ​ະ​ສະ​ມາ​ຄົມ​ສາ​ກົນ​ກ່ຽວ​ກັບ​ການ​ສະ​ຖິ​ຕິ​​ທາງການ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 200 ຄົນ​ມາ​ຈາກ 47 ປະ​ເທດ ແລະ ເຂດ​ແຄ້ວນ, ບັນ​ດາ​ອົງ​ການ​ຈັດ​ຕັັ້ງ​ສາ​ກົນ, ຜູ້​ຊ່ຽວ​ຊານ​ສະ​ຖິ​ຕິ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຈຳ​ນວນ​ຫນຶ່ງ.  ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ບີ​ກ​ເລີມ, ຫົວ​ຫນ້າ​ກົມ​ໃຫຍ່​ສະ​ຖິ​ຕິ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ກອງ​ປະ​ຊຸມ​ສະ​ຖິ​ຕິ​​ທາງ​ການ ແມ່ນ​ເຫດ​ການ​ກ່ຽວ​ກັບ​ການ​ສະ​ຖິ​ຕິ​ມີ​ຂອບ​ຂະ​ຫ​ນາດ​ໃຫຍ່ ແລະ ມີ​ອິດ​ທິ​ພົນ​ຊື່​ສຽງ​ທີ 2 ​ຖັດ​ຈາກກອງ​ປະ​ຊຸມ​ໃຫຍ່​ສະ​ຖິ​ຕິ​ໂລກ. ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ບັນ​ດາ​ຫົວ​ຫນ້າ​ອົງ​ການ​ສະ​ຖ​ິ​ຕິ​ແຫ່ງ​ຊາດ, ບັນ​ດາ​ຜູ້​ຊ່ຽວ​ຊານ ແລະ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ພ້ອມ​ກັນ​ແລກ​ປ່ຽນ​ແນວ​ຄວາມ​ຄິດ, ທັດ​ສະ​ນະ​ ແລະ ການ​ພັດ​ທະ​ນາ​ສະ​ຖິ​ຕິ​ກໍ​ຄື​ແບ່ງ​ປັນ​ບົດ​ຮຽນ ເພື່ອ​ຊຸກ​ຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ສັງ​ຄົມ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ຖິ​ຕິ​ຢ່າງ​ເປັນ​ທາງ​ການ, ພ້ອມ​ທັງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ສະ​ຖ​ິ​ຕິ ເພື່ອ​ຄວາມ​ກ້າວ​ຫນ້າ​ຂອງງ​ສະ​ຖ​ິ​ຕິ​ທາງ​ການ.”

 

ຂ່າວ/ບົດ​ອື່ນ