ໄຂກອງປະຊຸມສຳມະນາ ອາຊຽນ ແລະ ທະເລຕາເວັນອອກ ຢູ່ ກຳປູເຈຍ

ໄຂກອງປະຊຸມສຳມະນາ ອາຊຽນ ແລະ ທະເລຕາເວັນອອກ ຢູ່ ກຳປູເຈຍ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ “ອາ​ຊຽນ ​ແລະ ທະ​ເລ​ຕາ​ເວັນ​ອອກ” ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ
(ພາບ: Xuân Khu/Vietnam+)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/9, ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ “ອາ​ຊຽນ ​ແລະ ທະ​ເລ​ຕາ​ເວັນ​ອອກ” ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ຜົນງານ, ການ​ທ້າ​ທາຍ​ ​ແລະ ​ອະນາຄົດ” ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ. ກອງ​ປະຊຸ​ມສຳ​ມະ​ນາ​ໂດຍ​ສະ​ຖາ​ບັນ​ ກຳປູ​ເຈຍ ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ (CICP) ຈັດ​ຕັ້ງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກບັນດາ​ປະ​ເທດ ອາ​ຊຽນ, ຈີນ, ອົດ​ສະ​ຕາ​ລີ, ກາ​ນາ​​ດາ. ທີ່​ກອງ​ປະຊຸມ, ທ່ານ​ເລຂທິການ​ໃຫຍ່ ອາ​ຊຽນ ​ເລ​​ເລືອ​ງມິນ ມີ​ບົດ​ກ່າວ​ປາ​ໄສ “ອາ​ຊຽນ ​ແລະ ທະ​ເລ​ຕາ​ເວັນ​ອອກ: ບັນດາ​ບັນຫາ, ບັນດາ​ບາດກ້າວ ​ແລະ ​ແງ່​ຫວັງ​ໃນ​ອະນາ​ຄົດ”, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ 2 ກົນ​ໄກ​ໃນ​ຂອບ​ເຂ​ດ ອາ​ຊຽນ - ຈີນ ​ແມ່ນ​ຖະ​ແຫຼງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດ​ປະມວນ​ຂໍ້​ກຳນົດການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ຜ່ານ​ນັ້ນ ອາ​ຊຽນ ຢືດໝັ້ນ ​ແລະ ຂະຫຍັນ​ຂັນ​ເຄື່ອນ​ໃນ​ການ​ພົວພັນ​ກັບ ຈີນ ​ເພື່ອ​ເພີ່ມ​ທະວີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ. ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​​ເລືອ​ງມິນ ​ເນັ້ນ​ໜັກວ່າ ອະນາຄົດ​ຂອງ COC ຕ້ອງ​ກາຍ​ເປັນ​ເຄື່ອງມືທີ່​ມີ​ລັກສະນະ​ຮອບດ້ານ ​ແລະ ບັງຄັບ​ດ້ານ​ກົດໝາຍ, ກຳນົດ​ບັນດາ​ມາດຖານ​ເພື່ອ​ຕິດຕາມ​ກວດກາ​ບັນດາ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ທັດສະນະ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນດາ​ເຫດການທີ່​ເກີດ​ຂຶ້ນ, ຊ່ວຍ​ສ້າງ​ສະພາບ​ແວດລ້ອມ​ອຳ​ນວຍ​ຄວາມ​ສະດວກ​ເພື່ອ​ແກ້​ໄຂ​ການ​ພິດ​ພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງຮອບດ້ານ.

    ທ່ານລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Kao Kim Hourrn ມີ​ບົດ​ກ່າວ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ອະນາຄົດ​ຂອງ​ທະ​ເລ​ຕາ​ເວັນ​ອອກ: ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ ​ເພື່ອ​ສັນຕິພາບ, ການຮ່ວມ​ມື ​ແລະ ຄວາມ​ວັດທະນາ​ຖາ​ວອນ”, ​ໃນ​ນັ້ນ​ເນັ້ນ​ໜັກວ່າ​ໃນຕໍ່ໜ້າ, ອາ​ຊຽນ ​ແລະ ຈີນ ຄວນ​ສືບ​ຕໍ່​ສ້າງສາ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ຝ່າຍ.

 

ຂ່າວ/ບົດ​ອື່ນ