ໄຂກອງປະຊຸມເຈົ້າໜ້າທີ່ ຂັ້ນສູງ APEC
Lê Bảo -  
ກອງປະຊຸມລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງ
ກ່ອນກອງປະຊຸມ APEC 2014 ໃນວັນທີ 25/2 ຢູ່ປັກກິງ
(ພາບ: cri.cn)
(vovworld)- ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 1 ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ປີ 2014 ໄດ້ໄຂຂື້ນໃນວັນທີ 27/2 ຢູ່ນະຄອນໜິງປົວ, ແຂວງເຈືອແຈງ ປະເທດຈີນ. ກ່າວຄຳເຫັນທີ່ວາລະໄຂ, ທ່ານ ຫຼີປາວຕຸງ, ຮອງລັດຖະມົນຕີການຕ່າງປະເທດຈີນ ຖືວ່າ: APEC ສວມບົດບາດນັບມື້ນັບສຳຄັນ ແລະ ມີຜົນສະທ້ອນອັນໃຫ່ຍຫຼວງຕໍ່ການພັດທະນາຂອງພື້ນຖານເສດຖະກິດໂລກ. ອາຊີ-ປາຊີຟິກ ສືບຕໍ່ແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນດ້ານເສດຖະກິດ ແຕ່ຍັງມີສິ່ງທ້າທາຍຫຼາຍຢ່າງ. ອາຊີ-ປາຊີຟິກ ຕ້ອງຍົກສູງລະດັບການພັດທະນາ, ສ້າງການພົວພັນຄູ່ຮ່ວມມືທີ່ສະໜິດສະໜົມກ່ວາໃນພາກພື້ນ.
ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 1 (APEC) ປີ 2014 ແມ່ນການເຄື່ອນໄຫວທາງການທຳອິດຂອງປີ APEC 2014 ໂດຍຈີນ ເປັນປະເທດເຈົ້າພາບຈັດຕັ້ງຂຶ້ນ. ຄາດວ່າ, ກອງປະຊຸມຂັhນສູງ APEC 2014 ດ້ວຍຫົວເລື່ອງ “ສ້າງການພົວພັນຄູ່ຮ່ວມມືມຸ້ງໄປເຖິງອະນາຄົດຢູ່ພາກພື້ນ ອາຊີ-ປາຊີຟິກ“ ຈະດຳເນີນໄປຢູ້ປັກກິງ ປະເທດຈີນ ໃນເດືອນ 11/2014 ທີ່ຈະມາເຖິງ./.
Lê Bảo