ໄຂງານບຸນຖະຫນົນປື້ມໃນໂອກາດບຸນເຕັດປີກຸນ2019
(VOVWORLD) -ຕອນບ່າຍວັນທີ 2 ກຸມພາ, ຖະຫນົນປື້ມໃນໂອກາດບຸນເຕັດປີກຸນ 2019 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ນະຄອນ ໂຮ່ຈິມີນ. ດ້ວຍຫົວຂໍ້ “ສີສັນຫລາກຫລາຍຂອງປື້ມ”,
ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈິມີນ ພ້ອມດ້ວຍການນຳ ນະຄອນເຂົ້າຮ່ວມງານບຸນຖະຫນົນປື້ມ
ພາບ:tuoitre
|
ງານບຸນນີ້ໄດ້ດຳເນີນຮອດວັນທີ 8 ກຸມພາປີ 2019 ແລະ ດຳເນີນລຽບຕາມຖະຫນົນ ມາກທິເບື໋ອຍ, ຫງວຽນເຫ້ວ ແລະ ໂງດຶກເກ ເມືອງ 1 ນະຄອນ ໂຮ່ຈິມີນ.
ງານບຸນຖະຫນົນປຶ້ື້ມ ນະຄອນ ໂຮ່ຈິມີນ ໄດ້ຮັບການຈັດຕັ້ງຂຶ້ນໃນໂອກາດບຸນເຕັດຂອງຊາດ ໄດ້ກາຍເປັນສະຖານທີ່ຢ່ອນອາລົມໄດ້ຮັບຄວາມນິຍົມຈາກປະຊາຊົນ ແລະນັກທ່ອງທ່ຽວ ເປັນຈຳນວນຫລວງຫລາຍ.
ໃນໂອກາດດຳເນີນງານບຸນ ປະຊາຊົນ ແລະ ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ອ່ານປື້ມມີເນື້ອໃນມ່ວນເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີປະໂຫຍດອື່ນໆອີກດ້ວຍ.