ໄຂລາຍການ “ ພົບປະທ້ອງຖິ່ນ - ຄະນະທູຕານຸທູດ ” ຢູ່ Can Tho

ໄຂລາຍການ “ ພົບປະທ້ອງຖິ່ນ - ຄະນະທູຕານຸທູດ ” ຢູ່ Can Tho - ảnh 1
ຢູ່ທີ່ການ “ ພົບ​ປະ​ທ້ອງ​ຖິ່ນ - ຄະນະ​ທູຕາ​ນຸທູດ ”
( ພາບ .baomoi.com )


( vovworld ) – ​​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ - ວາງສະ​ແດງ “ 10 ​ປີ​ແຫ່ງ​ວັນ​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງທາງ​ພາ​ກ​ໃຕ້​ຫວຽດນາມ” ​ແລະ ​ເນື່ອງ​ໃນ​ໂອກາດ 37 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ວັນ​ທີ 28/4, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສົມທົບ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໄດ້​ຈັດ​ຕັ້ງ​ລາຍການ “ ພົບ​ປະ​ທ້ອງ​ຖິ່ນ - ຄະນະທູຕານຸທູດ ” ຢູ່ ນະຄອນ Can Tho. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bui Thanh Son ​ໄດ້​ເນັ້ນ​ໜັກ​ວ່າ ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ ທາງ​ພາກ​ໃຕ້ມີ​ທີ່​ຕັ້ງ​ພິ​ເສດ ​ແລະ ສຳຄັນຕໍ່​ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ ​ແລະ ນີ້​ກໍ​ແມ່ນ​ເຂດ​ມີ​ທ່າ​ແຮງ​​ ​ແລະ ຄວາມ​ສາມາດ​ບົມຊ້ອນພັດ​ທະນະ​ຢ່າງ​ຮອບ​ດ້ານ. ​ແຕ່​ເຂດ​ດັ່ງກ່າວ​ກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ທ່ານ Bui Thanh Son ​ເວົ້າ​ວ່າ

        “ ລາຍການ​ພົບ​ປະ​ທ້ອງ​ຖິ່ນ, ຄະນະທູຕານຸທູດ​ແມ່ນ​ໜື່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຂະ​ແໜງ​ການ​ທູດ​ຫວຽດນາມ ພ້​ອມກັບທ້ອງ​ຖິ່ນຕ່າງໆ ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ແນວການ​ຕ່າງປະ​ເທດ, ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ. ​ໃນ​ນັ້ນ​ມີ​ການ​ໂຄ​ະ​ນາ​ບັນດາ​ຄວາມ​ສາມາດ​ບົ່ມຊ້ອນ, ຄວາມ​ຮຽກຮ້ອງ​ຕ​້ອງການ​ ແລະ ​ໂອກາດ​ພັດທະນາ​ຂອງ​ທ້ອງ​ຖິ່ນ, ​ເພື່​ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ເສດຖະກິດ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ນຳ​ການ​ພົວພັນ​ຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ຢ່າງ​ເລິກ​ເຊິ່ງກວ່າ. ​ເພີ່ມ​ທະວີ​ການພົວພັນແລ​ກປ່ຽນລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ. ຍູ້​ແຮງ​ການ​ເຊື່ອມ​ຕໍ່​ປະຊາ​ຄົມວິ​ສາ​ຫະກິດ​ຂອງ​ຫວຽດນາມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ”.

ຂ່າວ/ບົດ​ອື່ນ