ໄຂວັນບຸນລະດູບານໃໝ່ຢູ່ໝູ່ເກາະ

ໄຂວັນບຸນລະດູບານໃໝ່ຢູ່ໝູ່ເກາະ - ảnh 1

ພາບປະກອບ

(vovworld) - ວັນ​ທີ 3/1, ວັນ​ບຸນ “ລະດູບານ​ໃໝ່​ຢູ່​ໝູ່​ເກາະ” ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສີ​ລະປິນກ່ວາ 200 ຄົນ ພ້ອມ​ກັບ​ທະຫານ​ເຮືອ 100 ຄົນ  ​ແລະ ​ໄວ​ໜຸ່ມ​ນະຄອນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ວັນ​ບຸນ ​ແມ່ນ​ໂອກາດ​ເພື່ອ​ເຊື່ອມ​ຕໍ່ລະ​ຫວ່າງ​ດິນ​ຕໍ​ແຜ່ນ ກັບ​ເຂດ​ໝູ່​ເກາະ, ​ເປັນ​ການສະ​ແດງ​ນ້ຳ​ໃຈ​ຂອງ​ນັກ​ສີ​ລະ​ປິນ  ​ແລະ ຊາວ​ນະຄອນ ​ໂຮ່ຈີ​ມິນ ທີ່​ມີ​ຕໍ່ນັກຮົບທີ່​ພວມ​ເວນຍາມ​ບັນດາ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ປີ​ນີ້, ລາຍການ​ຍັງ​ຂົນຂວາຍ​ການປະກອບສ່ວນ ​ເພື່ອ​ມອບ​ຂອງຂວັນ​ລະດູ​ບານ​ໃໝ່​ໃຫ້​ແກ່​ເດັກ​ນອຍ​ພວມ​ດຳລົງ​ຊີ​ວິດ​ໃນ​ໝູ່​ເກາະ ​ເຈື່ອງ​ຊາ. ​ເນື່ອງ​ໃນ​ໂອກາດ​ນີ້, ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “ທະ​ເລ, ອະທິປະ​ໄຕທະ​ເລ - ໝູ່​ເກາະ ​ແລະ ຊັບພະຍາກອນ​ທະ​ເລ​ຫວຽດນາມ” ກໍ່​ຖືກ​​ໄຂ​ຂຶ້ນ, ຊຶ່ງ​ໄດ້​ວາງສະ​ແດງ​ຮູບ​ພາບ ກ່ຽວ​ກັບ​ທະ​ເລໝູ່​ເກາະ​ຫວຽດນາມ, ​ແຜນ​ທີ່, ຫຼັກ​ໝາຍ​ອະທິປະ​ໄຕ​ຫວຽດນາມ, ລາຍ​ການ​ແຜ່​ບໍລິຈາກ​ເງິນ​ເພື່ອ​ກໍ່​ສ້າງ​ເຈື່ອງ​ຊາ.

ນອກຈາກ​ນັ້ນກໍ່​ຍັງ​ມີ​ການ​ເຄື່ອນ​ໄຫວຂອງວິສາຫະກິດນະຄອນໂຮ່ຈິມິນມອບຂອງຂວັນໃຫ້ນັບຮົບເຈື່ອງຊາ: ເງິນຈຳນວນກ່ວາ 200 ລ້ານດົ່ງແມ່ນຈຳນວນເງິນ ຊື່ງບັນດາ ວິສາຫະກິດສະມາຊິກ​ຂອງ​ບໍລິສັດ​ໃຫ່ຍການ​ຄ້າ​ໄຊ​ງອນ (Satra) ບໍລິຈາກ​ໄດ້​ຈາກ​ລາຍການ “ທຳ​ການ​ຜະລິດ 1 ຊົ່ວ​​ໂມງ​ເພື່ອ​ເຈື່ອງ​ຊາ“ ​ໂດຍ​ບໍລິ​ສັດ​ໃຫ່ຍປຸກລະດົມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ໂຄງການ “​Satra ເພື່ອ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ຮັບຜິດຊອບ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ພະນັກງານ, ພາລະ​ກອນ​ບໍລິສັດ​ໃຫ່ຍການ​ຄ້າ​ໄຊ​ງອນ ທີ່​ມີ​ຕໍ່​ບັນດາ​ນັກຮົບ​ພວມ​ເວັນ​ຍາມ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ທັງ​ວັນ ​ແລະ ຄືນ. ທ່ານ​ວັນ​ດຶກ​ເມື່ອຍ ຜູ້ອຳນວຍການ​ໃຫ່ຍບໍລິສັດ​ Vissan ຊື່​ງ​ແມ່ນ​ສະມາຊິກ​ຂອງ Satra ​ໃຫ້​ຮູ້​ວ່າ:

   “ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ. ຍາມ​ໃດ​, ພະນັກງານ​ພາລະ​ກອນ​ຂອງ​ບໍລິສັດ Vissan ​ແຕ່ລະຄົນ ກໍ່​ມຸ້ງ​ໄປ​ເຖິງ​ນັກຮົບ​ເຈື່ອງ​ຊາ ​ແລະ ຊາວ​ປະມົງ​ຢູ່​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ​ຫວຽດນາມ. ​ໃນ 2 ປີ​ມາ​ນີ້, ​ແຕ່ລະ​ປີ, ພວກ​ຂ້າພະ​ເຈົ້າ​ໄດ້​ບໍລິຈາກ​ເງິນໃຫ້​ແກ່​ໂຄງການ “​Satra ເພື່ອ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ​ຈຳນວນ​ເງິນ​ປະມານ 100 ລ້ານ​ດົ່ງ. ປີ​ນີ້​ພວກ​ຂ້າພະ​ເຈົ້າບໍລິຈາກ​ເງິນຈຳນວນ​ເງິນ 200 ລ້ານ​ດົ່ງ​ເພື່ອ​ມອບ​ໃຫ້​ບັນດາ​ນັກຮົ​ບ​ເຈື່ອງ​ຊາ“






ຂ່າວ/ບົດ​ອື່ນ