ໄຂວັນບຸນຫນັງສືພິມລະດູບານໃຫມ່ປີມະແມ2015

ໄຂວັນບຸນຫນັງສືພິມລະດູບານໃຫມ່ປີມະແມ2015 - ảnh 1
ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ວັນ​ບຸນ
ພາບ:nguoiduatin.vn
(vovworld)- ຕອນ​ເຊົ້າ​ວັນ​ທີ 7/2, ​ວັນ​ບຸນ​ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່​ທົ່ວ​ປະ​ເທດ​ປີ 2015 ຖືກ​ໄຂ​ຂຶ້ນ ຢູ່ ສູນ​ງານ​ຕະ​ຫລາດ​ນັດ​ວາງ​ສ​ະ​ແດງ ຫວຽດ​ນາມ. ເຂົ້າ​ຮ່ວມ​ມີ​ທ່ານ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພ້ອມ​ກັບ ການ​ນຳ​ບັນ​ດາ​ກະ​ຊວງ, ຂ​ະ​ແຫນງ​ການ​ຢູ່​ສູນ​ກາງ ແລະ ນະ​ຄອນ ຮ່າ​ໂນ້ຍ ພ້ອມ​​ດ້ວຍ​ປະ​ຊາ​ຊົນເປັນ​ຈຳ​ນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ ຖ້ວນ​ຫືວ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ- ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່ 2015 ຢືນ​ຢັນ​ວ່າ:

        “ວັນ​ບຸນ​ຫນັງ​ສື​ພິມ​ລະ​ດູ​ບານ​ໃຫມ່​ແມ່ນ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ກຳ​ລັງ​ນັກ​ຂ່າວ​ປະ​ຕິ​ວັດ. ການ​ເຄື່ອນ​ໄຫວນີ້​ຍິ່ງ​ເພີ່ມ​ທະ​ວີ​ການ​ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ​ສື່ມວນ​ຊົນ​ກັບ​ມະ​ຫາ​ຊົນ ປະ​ກອບ​ສ່ວນ​ໂຄ​ສະ​ນາ​ເຜີຍ​ແຜ່​ແຜນ​ນະ​ໂຍ​ບາຍ​ແນວ​ທາງ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.”

        ຕາງ​ຫນ້າ​ໃຫ້​ການ​ນຳ​ພັກ, ລັດ ມາ​ຮ່ວມ​ກັບ​ຖັນ​ແຖວ​ນັກ​ຂ່າວ​ໃນ​ທົ່ວ​ປະ​ເທດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ໄດ້​ພ້ອມ​ກັບ​ບັນ​ດາ​ການ​ນຳ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ ຕັດ​ແຖບ​ຜ້າ​ເປີດ​ວັນ​ບຸນ​ຫນ​ັງ​ສື​ພິມ​ລະ​ດູ​ບານ​ໃຫມ່ ປີ​ມະ​ແມ 2015 ແລະ ເຂົ້າ​ຢ້ຽມ​ຊົມ​ຮ້ານ​ວາງ​ສະ​ແດງ​ສິ່ງ​ພິມ​ລະ​ດູ​ບານ​ໃຫມ່​ຂອງ​ບັນ​ດ​ອົງ​ການ​ສື່ມວນ​ຊົນ.

ຢູ່​ຮ້ານ​ວາງ​ສະ​ແດງ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ  ແມ່ນ​ວາງ​ສະ​ແດງ​ບັນ​ດາ​ຮູບ​ພາບ, ພາ​ຫະ​ນະ​ອຸ​ປະ​ກອນ​ເຕັກ​ນິກ, ລາຍ​ການ​ກະ​ຈາຍ​ສຽງ​ພົ້ນ​ເດັ່ນ​ຈຳ​ນວນ​ຫນຶ່ງ ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໃນ​ຕະ​ຫລອດ 70 ປ​ີ​ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ