ໄຂວັນມໍລະດົກ​ວັດທະນະທຳ​ຫວຽດນາມ​ຄັ້ງ​ທີ່ 7 ຢູ່ຮ່າໂນ້ຍ

ໄຂວັນມໍລະດົກ​ວັດທະນະທຳ​ຫວຽດນາມ​ຄັ້ງ​ທີ່ 7 ຢູ່ຮ່າໂນ້ຍ - ảnh 1
(ພາບ: cinet.gov.vn)
ວັນ​ມໍລະດົກ​ວັດທະນະທຳ​ຫວຽດນາມ​ຄັ້ງ​ທີ່ 7 ​ໄດ້​ໄຂ​ຂື້ນ​ໃນວັນ​ທີ 21 ພະຈິກ​ຢູ່ ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ ​ເລ​ແຄ໋ງ​ຮາ​ຍ ຮອງລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ໄດ້​ເນັ້ນ​ໜັກ​ວ່າ, ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ​ມໍລະດົກ​ທິດ​ເໜືອ​ພາກ​ກາງ​ໄດ້​ຮັບ​ການ​ຄັດ​ເລືອກ​ເປັນ​ຫົວ​ຂໍ້​ຂອງວັນ​ມໍລະດົກ​ວັດທະນະທຳ ຫວຽດນາມ ປີ 2011 ດ້ວຍ​​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ​ ​ແລະ ເປັນ​ເອກະ​ລັກສະ​ເພາະຫຼາຍ​ຢ່າງ, ​ເພື່ອ​ແນ​ໃສ່​ໂຄສະນາ, ​ເຊີດ​ຊູບັນດາ​ຄູນ​ຄ່າ​ມໍລະດົກ​ວັດທະນະທຳ ຫວຽດນາມ, ຢືນຢັນ​ທ່າ​ແຮງ​ ແລະ ຄວາມ​ສາມາດ​ບົມຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ຂອງທິດ​ເໜືອ​ພາກ​ກາງ​ເວົ້າ​ສະ​ເພາະ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ປະກອບ​ສ່ວນ​​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ອອກ​ສູ່​​ໂລກ. ​ເຫດການ​ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​​ແກ່​ວຽກງານ​ໂຄສະນາ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດ​ແຄມ​ທະ​ເລ​ພາກ​ກາງ - ​ເວ໋ ປີ2012 ​​.
ຂ່າວ/ບົດ​ອື່ນ