ໄທ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ກຳ​ປູ​ເຈຍ

(VOVWORLD) - ວັນທີ 7 ມິຖຸນາ, ນາຍພົນ Winthai Suvaree, ໂຄສົກກອງທັບ ໄທ ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ປະກາດໃຊ້ແຜນການຄວບຄຸມຄວາມສະຫງົບຊາຍແດນຕາມ 4 ອັນດັບ ໂດຍໄດ້ໝູນໃຊ້ສຳລັບສະພາບການຜັນແປຕົວຈິງ.
ໄທ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ກຳ​ປູ​ເຈຍ - ảnh 1(ພາບປະກອບ:  ຄ້າຍຄວບຄຸມຊາຍແດນ Sa Kaeo)

        ຕາມນັ້ນແລ້ວ, ອັນດັບທີ 1 ແມ່ນຈຳກັດການໄປມາ, ບັນດາຄ້າຍຄວບຄຸມໂດຍພື້ນຖານແມ່ນຍັງເຄື່ອນໄຫວເປັນປົກກະຕິ ຮັບໃຊ້ການເຄື່ອນໄຫວຈຳເປັນ, ເຊັ່ນ: ການຄ້າ, ການຂົນສົ່ງ ແລະ ອອກແຮງງານ. ເຖິງຢ່າງໃດກໍຕາມ, ຜູ້ໄປມາຢູ່ເຂດຊາຍແດນທີ່ບໍ່ຮັບໃຊ້ຈຸດປະສົງດັ່ງກ່າວຈະຖືກກວດກາຢ່າງເຂັ້ມງວດກວ່າ. ອັນດັບທີ 2 ແມ່ນຫຼຸດຜ່ອນເວລາເປີດປະຕູ, ຕາມນັ້ນແລ້ວ ປະຊາຊົນຈະໄດ້ໄປມາເຂດຊາຍແດນໃນໄລຍະເວລາທີ່ໄດ້ກຳນົດລະອຽດ, ອາດຈະຫຼຸດເວລາລົງເມື່ອທຽບໃສ່ປົກກະຕິ. ອັນດັບທີ 3 ແມ່ນປິດປະຕູຊົ່ວຄາວ ແລະ ອັນດັບທີ 4 ແມ່ນປິດປະຕູຊາຍແດນແບບຖາວອນໃນກໍລະນີທ່ານການປະທະກັນເກີດຂຶ້ນຢ່າງຮ້າຍແຮງ. ປັດຈຸບັນ, ໄທ ມີ 18 ຄ້າຍຄວບຄຸມຊາຍແດນຕິດກັບ ກຳປູເຈຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ