ໄທ:ພະບາດສົມເດັດພະເຈົ້າມະຫາຊີວິດໃຫ້ສັດຕະຍາບັນນາຍພົນປຣາຢຸດຈັນໂອຈາເປັນນາຍົກລັດຖະມົນຕີ

ໄທ:ພະບາດສົມເດັດພະເຈົ້າມະຫາຊີວິດໃຫ້ສັດຕະຍາບັນນາຍພົນປຣາຢຸດຈັນໂອຈາເປັນນາຍົກລັດຖະມົນຕີ - ảnh 1
ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ
(ພາບ: Reuters)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/8, ພະ​ບາດ​ສົບ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໄທ ​ໄດ້​ໃຫ້​ສັດຕະຍາບັນ​ໃຫ້ຜູ້​ບັນຊາ​ການ​ທະຫານ​ບົກ ​ໄທ, ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ ​ກາຍ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ​ຂອງ​ປະ​ເທດ​ນີ້. ​ໃນ​ແຈ້​ງການ​ປະກາດ​ໃນ​ແວບ​ໄຊ​ທາງ​ການ, ​ແວບ​ໄຊ​ຂອງ​ລາດ​ຊະ​ວົງ​ໄທ ຊີ້​ແຈ້ງວ່າ: “​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ ​ໄທ ໄດ້​​ໃຫ້​ສັດຕະຍາບັນ​ໃຫ້​ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ ​ເປັນ​ນາຍົກລັດຖະມົນຕີ ​ເພື່ອ​ບໍລິຫານ​ປະ​ເທດ​ຊາດ​ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ”. ​

    ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ ​ແມ່ນ​ຜູ້​ສະໝັກ​​ເລືອກ​ຕັ້ງ​ພຽງ​ຄົນດຽວ​ໃຫ້​ຕຳ​ແໜ່​ງນາຍົກລັດຖະມົນຕີ ​ໄທ. ສະພາ​ນິຕິບັນຍັດ​ແຫ່ງ​ຊາດປະ​ເທດ​ນີ້​​ໄດ້ເລືອກຕັ້ງທ່ານ​​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ​ໃນ​ວັນ​ທີ 21/8 ຜ່ານ​ມາ, ດ້ວຍ​ບັດ​ສະໜັບ​ສະ​ໜູນ 191/197 ບັດ.



ຂ່າວ/ບົດ​ອື່ນ