ໜູນຊ່ວຍ, ປົກປ້ອງສິດຂອງຊາວອົບພະຍົບ, ພິເສດແມ່ນແຮງງານເພດຍິງອົບພະຍົບຖືກໃຊ້ຄວາມຮຸນແຮງ

(VOVWORLD) -ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງອໍານາດ ແລະ ຄວາມສາມາດໃຫ້ແກ່ແມ່ຍິງ ຈັດຕັ້ງກອງປະຊຸມສໍາມະນາອົບຮົມດ້ວຍຫົວຂໍ້ “ຮັບມືກັບການໃຊ້ຄວາມຮຸນແຮງສໍາລັບແຮງງານເພດຍິງອົບພະຍົບ ໃຫ້ແກ່ພະນັກງານ, ພາລະກອນກະຊວງການຕ່າງປະເທດ”.

ໜູນຊ່ວຍ, ປົກປ້ອງສິດຂອງຊາວອົບພະຍົບ, ພິເສດແມ່ນແຮງງານເພດຍິງອົບພະຍົບຖືກໃຊ້ຄວາມຮຸນແຮງ - ảnh 1ທ່ານ ຫວູຫວຽດແອັງ, ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) 

ໃນລະຫວ່າງວັນທີ 2 – 3 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງອໍານາດ ແລະ ຄວາມສາມາດໃຫ້ແກ່ແມ່ຍິງ ຈັດຕັ້ງກອງປະຊຸມສໍາມະນາອົບຮົມດ້ວຍຫົວຂໍ້ “ຮັບມືກັບການໃຊ້ຄວາມຮຸນແຮງສໍາລັບແຮງງານເພດຍິງອົບພະຍົບ ໃຫ້ແກ່ພະນັກງານ, ພາລະກອນກະຊວງການຕ່າງປະເທດ”.

        ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຫວູຫວຽດແອັງ, ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ໃນການຄຸ້ມຄອງຊາວອົບພະຍົບ, ປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງ ຫວຽດນາມ ຢູ່ຕ່າງປະເທດ ແມ່ນບຸລິມະສິດແຖວໜ້າ ແລະ ນີ້ກໍແມ່ນໜ້າທີ່ສໍາຄັນໃນພາລະໜ້າທີ່ຄຸ້ມຄອງລັດ ກ່ຽວກັບການພົວພັນຕ່າງປະເທດຂອງກະຊວງການຕ່າງປະເທດ. ກອງປະຊຸມສໍາມະນາດັ່ງກ່າວ ຈະປະກອບສ່ວນຍົກສູງກໍາລັງຄວາມສາມາດຂອງບັນດາພະນັກງານ, ພາລະກອນການທູດຢູ່ບັນດາອົງການຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ໃນການໜູນຊ່ວຍ, ປົກປ້ອງສິດຂອງຊາວອົບພະຍົບ, ພິເສດແມ່ນແຮງງານເພດຍິງອົບພະຍົບທີ່ຖືກໃຊ້ຄວາມຮຸນແຮງ.


ຕອບກັບ

ຂ່າວ/ບົດ​ອື່ນ