ການປະຕິຮູບເງິນເດືອນລັດຖະກອນ ເພື່ອຮັບປະກັນຊີວິດສັງຄົມ


   (vovworld)-ການສ້າງແຜນຮ່າງປະຕິຮູບເງິນເດືອນໄລຍະ2012-2020 ໃຫ້ສົມບູນແບບແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມຂອງຫວຽດນາມໃນປີນີ້ ເພື່ອຮັບປະກັນການປະຕິບັດນະ​ໂຍບາຍ​ຊີວິດ​ສັງຄົມທີ່ລັດຖະບານ​ໄດ້​ວາງ​ອອກ. ​ການ​ປະຕິ​ຮູບ​ເງິນ​ເດືອນ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ທິດ​ຫັນ​ຈາກ​ລະບົບ​​ເບິ​ກຈ່າຍ​ເງິນ​ເດືອນ​ຕຳ່​ມາສູ່​ລະບົບ​ເບິ​ກຈ່າຍ​ເງິນ​ເດືອນ​ຕາມ​ຄວາມ​ສາມາດຕົວຈິງ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ. ຕາມ​ການ​ຕີ​ລາຄາ​ແລ້ວ, ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ສັງຄົມ​​ພື້ນຖານ ​ແລະ ສຳຄັນ​ພິ​ເສດ​ຂອງ​ປະເທດຊາດ.

ການປະຕິຮູບເງິນເດືອນລັດຖະກອນ ເພື່ອຮັບປະກັນຊີວິດສັງຄົມ - ảnh 1
ທ່ານ ເວືອງດີນເຫ້ວ ລັດຖະມົນຕີກະຊວງການເງິນ ໃນວາລະປຶກສາຫາລືກ່ຽວ
ກັບເງິນເດືອນຂອງຄະນະປະຈຳສະພາແຫ່ງຊາດ
ພາບປະກອບ(ຈາກ internet)

        ພາຍຫລັງ​ເກືອບ 30 ປີ ​ແຫ່ງ​ການ​ປະຕິບັດ​ກິດຈະການ​ປ່ຽນ​ແປງ​ໃຫມ່, ຫວຽດນາມ ​ໄດ້​ຜ່ານ​ຜ່າ​ການ​ປະຕິ​ຮູບ​ນະ​ໂຍບາຍເງິນ​ເດືອນ​ເປັນ​ຫລາຍ​ຄັ້ງ​ແລ້ວ. ​ໃນ​ຮອບ​ເວລາ 10 ປີມາ​ນີ້, ​ເງິນ​ເດືອນ​ພື້ນຖານ​ໄດ້​ຮັບ​ການ​ດັດ​ປັບ​ເຖິງ 8 ຄັ້ງ​ແລ້ວ. ລະດັບ​ເງິນ​ເດືອນພື້ນຖານ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ໃນ​​ໄລຍະ 4 ປີ​ມາ​ນີ້. ​ເລື່ອງ​ດັດ​ປັບ​ນີ້​ແມ່ນ​ອີງ​ໃສ່​ລະດັບ​ການ​ເຕີບ​​ໂຕ​ເສດຖະກິດ​, ດັດຊະນີ​ລາຄາ​ໃຊ້​ສອຍ ​ແລະ ຄວາມ​ສາມາດ​ຂອງ​ງົບປະມານ​ແຫ່ງ​ລັດ. ​ເຖິງຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງ​ແລ້ວ ຖ້າ​ຫາກ​ຄິດ​ໄລ່​ເຖິງ​ດັດຊະນີ​ໄພ​ເງິນ​ເຟີ້ ​ແລະ ລາຄາ​ໃຊ້​ສອຍນັ້ນ, ​ເງິນ​ເດືອນ​ພື້ນຖານ​ແມ່ນ​ເພີ່ມ​ຂຶ້ນ​ພຽງເລັກ​ຫນ້ອຍ. ຖ້າ​ຫາກ​ທຽບ​ໃສ່​ກັບ​ລະດັບ​ການ​ພັດທະນາ​ເສດຖະກິດ ສັງຄົມ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເມື່ອ​ທຽບ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ ​ແມ່ນຖື​ເງິນ​ເດືອນ​ແມ່ນ​ບ້ວງ​ເງິນ​ລົງທຶນ​ເພື່ອ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ຄວາມ​ໄວ​​ຂອງການ​ເພີ່ມ​ເງິນ​ເດືອນ​ນັ້ນ​ແມ່ນບໍ່​ທັນ​ເໝາະ​ສົມ​ເທື່ອ. ລະດັບ​ເງິນ​ເດືອນ​ຕຳ່ ຍາກ​ທີ່ຈະ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໄດ້​ ​ແລະ ບໍ່​ທັນ​ສ້າງ​ກຳລັງ​ຫນູນ​ໃຫ້​ແກ່​ພະນັກງານ, ລັດຖະກອນ​ຜູ້​ສຸດ​ຈິດ​ສຸດ​ໃຈກັບ​ວຽກ​ງານ, ຍົກ​ສູງ​ຄວາມ​ຮັບຜິດຊອບ, ເຮັດສຳ​ເລັດ​ຫນ້າ​ທີ່​ດ້ວຍ​ຄຸນ​ນະພາ​ບສູງ ​ແລະ ​ເປັນ​ຕົ້ນ​ແມ່ນ​ປະກອບສ່ວນ​ໃນ​ການ​ຕ້ານ​ປະກົດການ​ຫຍໍ້​ທໍ້, ​ໄພ​ສໍ້​ລາດ​ບັງ​ຫລວງ​ໃນ​ກົງຈັກ​ລັດ.

        ຕໍ່ຫນ້າ​ສະພາບ​ຕົວ​ຈິງ​ນີ້, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​​ແລະ ສັງຄົມ​ຫວຽດນາມ ພວມ​ສ້າງ​ແຜນ​ຮ່າງປະຕິ​ຮູບ​ເງິນ​ເດືອນລັດຖະກອນ​ໄລຍະ 2012 - 2020 ​ໃຫ້​ສຳ​ເລັດ​ຜົນ, ຕາມ​ນັ້ນ​ແລ້ວ ຖື ການ​ປະຕິ​ຮູບ​ນະ​ໂຍບາຍເງິນ​ເດືອນ ​ແມ່ນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ ​ແລະ ຈິນຕະນາການ​ຍຸດ​ທະ​ສາດ, ສອງ​ຄອ່ງກັບ​ທ່າ​ອ່ຽງພັດທະນາ​ຂອງ​ປະ​ເທດ​ຊາດ. ຕາມ​ທ່ານ ດັ້ງ​ຍື​ເລີ້​ຍ, ອະດີດ​ຮອງ​ຫົວຫນ້າ ​ກຳມາ​ທິການບັນ​ດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມແລ້ວ, ​ເງິນ​ເດືອນ ຕ້ອງ​ແມ່ນ​ກຳລັງ​ຫນູນ​ຕົ້ນຕໍ​ເພື່ອ​ໃຫ້​ລັດຖະກອນ​ຕິດ​ພັນ​ກັບ​ອົງການ​ລັດ, ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ ​ແລະ ຖື​ການ​ເບ​ິກຈ່າຍ​ເງິນ​ເດືອນ​​​​ໃຫ້​ສົມ​ກັບ​ວຽກ​ງານ​ລັດຖະກອນ ​ແມ່ນ​ການ​ລົງທຶນໃຫ້​ແກ່​ການ​ພັດທະນາ.​ເຖິງ​ຢ່າງ​ໃດ​ກໍ​ຕາມຈຳ​ເປັນ​ຕ້ອງ​ຈັດ​ປະ​ເພດ​ພະນັກງານ, ລັດຖະກອນ​ໃຫ້​ສອດຄ່ອງ​​ເພື່ອ​ມີ​ລະບອບ​ເງິນ​ເດືອນຖືກຕ້ອງ.

        “ການ​ກຳນົດ​ເງິນ​ເດືອນ​ຕ້ອງ​​ເໝາະ​ສົມ​​ກັບ​ຄຸນຄ່າ​ການ​ອອກ​ແຮງ​ງານ​ຂອງ​ພະນັກງານ​ລັດຖະກອນ, ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ຈຳນວນ​ພະນັກງານ ລັດຖະກອນ

ຮັບ​ເງິນ​ເດືອນ​ຈາກ​ງົບປະມານ, ​ແລ້ວ​ຈຶ່ງກຳນົ​ດການ​ເບິ​ກຈ່າຍ​ເງິນ​ເດືອນ​​ຕາມ​ຄວາມ​ສາມາດ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ຄຽງ​ຂ້າງ​ນັ້ນ ຖ້າ​ບໍ່​ຊັບຊ້ອນ, ຈັດ​ຕັ້ງ​ກົງຈັກ​ຄືນ​ໃຫມ່, ບັນຫາ​ຮັບ​ພະນັກງານ​ບັນຈຸ​ປະຈຸ​ບັນ​ເພື່ອ​ໃຫ້​ຄຸນ​ນະພາ​ບຂອງ​ຖັນ​ແຖວພ​ະນັກ​ງານ, ລັດຖະກອນ​ໄດ້​ຮັບ​ປະກັນ​ຕາມ​ຄຸນຄ່ານັ້ນຈະ​ບໍ່​ສາມາດແກ້​ໄຂ​ບັນຫາ​ເງິນ​ເດືອນ​ໄດ້.”

        ຄຽງ​ຂ້າງ​ການ​ສ້າງ​ຕາ​ຕະຕາງ​ເງິນ​ເດືອນ​​ເໝາະສົມ​ກັບ​ຄຸນ​ຄ່າ​ການອອກ​ແຮງ​ງານ​ຂອງ​ພະນັກງານ, ລັດຖະກອນ, ​ແຜນ​ຮ່າງ​ດັ່ງກ່າວຍັງ​ສຸມ​ໃສ່​ປະຕິ​ຮູບ​ກົນ​ໄກ​ສ້າງ​ແຫ​ລ່ງ​ເງິນ​ເດືອນ. ​ໃນ​ໄລຍະ​ຜ່ານ​ມາ, ​ງົບປະມານ​ແຫ່ງ​ລັດ ​ແມ່ນ​ແຫ​ລ່ງລາຍ​ຈ່າຍ​ໃຫຍ່​ສຸດ​ເພື່ອ​ຕັດສິນ​ເຖິງການ​ປະຕິ​ຮູບ​ເງິນ​ເດືອນ, ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ​ແຫ​ລ່ງ​ເງິນ​ນີ້​ຍັງ​ຖືກຈຳກັດ​ຢູ່, ສະ​ນັ້ນ​ຕ້ອງ​ສ້າງ​ແຫ​ລ່ງກຳລັງ​ຫນູນ​ໃຫ້​ແກ່​ ການ​ປະຕິ​ຮູບ​ເງິນ​ເດືອນ​ໃນ​ຮອບ​ເວລາ 10 ປີ ຈະ​ມາ​ເຖິງ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ. ​ເພື່ອປະຕິ​ຮູບ​ເງິນ​ເດືອນ, ຄຽງ​ຂ້າງ​ ຕ້ອງ​ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ຫລຸດຜ່ອນ​ຈຳນວນ​ເປົ້າ​ໝາຍຮັບ​ເງິນ​ເດືອນຈາກ​ງົບປະມານລົງ​ລະດັບ​ຕຳ່​ສຸດ,​ເພື່ອ​ແນ​ໃສ່ຫລຸດຜ່ອນ​ອັດຕາ​ສ່ວນ​ລາຍ​ຈ່າຍ​ຈາກ​ງົບປະມານ​ໃຫ້​ແກ່​ບັນດາ​ຫົວຫນ່ວຍ​ຮັບ​ເງິນ​ເດືອນ​ຈາກ​ງົບປະມານ. ຕາມ​ທ່ານ ດວ່າ​ນ​ເກືອ​ງ, ຫົວຫນ້າ​ກົມ​ເງິນ​ເດືອນ ສັງກັດ​ກະຊວງ​ພາຍ​ໃນ​ຫວຽດນາມແລ້ວ, ນີ້​ແມ່ນ​ມາດ​ຕະການ​ສຳຄັນ​ເພື່ອ​ສ້າງ​ແຫ​ລ່ງທຶນປະຕິ​ຮູບ​ເງິນ​ເດືອນ.

        “ບັນຫາ​ສຳຄັນ​ໃນ​ການ​ສ້າງ​ແຫ​ລ່ງທຶນປະຕິ​ຮູບ​ເງິນ​ເດືອນ ນັ້ນ​ແມ່ນ​ປ່ຽນ​ໃຫມ່​ກົນ​ໄກ​ທີ່​ມີ​ຕໍ່​ບັນດາ​ຫົວຫນ່ວຍ​ຮັບ​ເງິນ​ເດືອນ​ຈາກ​ງົບປະມານ, ຕ້ອງ​ເຮັດ​ແນວ​​ໃດ​ເພື່ອ​ໃຫ້​ບັນດາ​ຫົວຫນ່ວຍ​ນີ້ ມີ​ກົນ​ໄກ​ສະດວກ​ສະບາຍ, ພັດທະນາ​ດ້ວຍ​ຕົນ​ເອງ, ມີ​ເງື່ອນ​ໄຂ, ສ້າງ​ລາຍ​ຮັບ​ເພື່ອ​ເບິ​ກຈ່າຍ​ເງິນ​ເດືອນ​ໃຫ້​ພະນັກງານ, ລັດຖະກອນ​ຂອງ​ຕົນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ຈຶ່ງ​ສາມາດແກ້​ໄຂ​ແຫ​ລ່ງງົບປະມານ​ຂອງ​ລັດ​ ສ່ວນ​ໃດ​ສ່ວນ​ຫນຶ່ງ​ໄດ້.”

        ​ແຜນ​ຮ່າງ ​ປະຕິ​ຮູບ​ເງິນ​ເດືອນ ​ໄລຍະ 2012 - 2020 ຄາດ​ວ່າ ຈະ​ຖືກ​ຍື່ນ​ສະ​ເຫ​ນີຕໍ່ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 4 ຈະ​ມາ​ເຖິງ. ທ່ານ​ນາງ ຫງວຽນ​ລານ​ເຮືອງ, ຫົວຫນ້າ​ສະ​ຖາ​ບັນ​ວິທະຍາສາດ​ແຮງ​ງານ, ສັງກັດ​ກະຊວງ​ແຮງງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ປີ 2011 ພວກ​ເຮົາ​ໄດ້​ປະຕິບັດ​ການ​ແຍກ​ລະບົບ​ເງິນ​ເດືອນ​ພື້ນຖານ​ຂອງ​ເຂດ​ຕະຫລາດ, ຮອດ​ປີ 2012 ພວກ​ເຮົາ​ສືບ​ຕໍ່​ປະຕິບັດ​ການ​ດັດ​ປັບ​ນີ້ ​ເພື່ອ​ເຮັດ​ແນວ​​ໃດ​ໃຫ້​ລະດັບ​ເງິນ​ເດືອນ​ຂອງ​ຖັນ​ແຖວ​ລັດຖະກອນ​ໄດ້​ຮັບ​ການ​ປົວ​ແປງ. ​ແຕ່​ປີ 2012 - 2015 ພວກ​ຂ້າພະ​ເຈົ້າ​ຖື​ວ່າ ​ແມ່ນ​ໄລຍະປະຕິ​ຮູບ​ເງິນ​ເດືອນ​ໃຫຍ່​ສຸດ​ໃນ​ຂົງ​ເຂດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ລະບົບ​ລັດຖະກອນ​​ຮັບ​ເງິນ​ເດືອນ​ຈາກ​ງົບປະມານ, ຕັດສິນ​​ໃຈ​ຮອດ​ປີ 2015 ຮັບປະກັນ​ລະດັບ​ຄອງ​ຊີບ​ພື້ນຖານ​ໃຫ້​ແກ່​ພະນັກງານ ລັດຖະກອນ.”

        ​ເງິນ​ເດືອນ​ຕ້ອງ​ແມ່ນ​ກຳລັງ​ຫນູນ​ຕົ້ນຕໍ​ເພື່ອ​ໃຫ້​ລັດຖະກອນ​ຕິດ​ພັນ​ກັບ​ອົງການ​ລັດ, ສຸມ​ຈິດ​ສຸມໃຈ​ກັບ​ວຽກ​ງານ, ມີ​ເງື່ອນ​ໄຂ​ເລື່ອນ​ຕຳ​ແຫນ່​ງ ​ໂດຍ​ອີງ​ໃສ່​ຄວາມ​ສາມາດ, ພູມ​ປັນຍາ​ຂອງ​ຕົນ​ເອງ, ບໍ່​ຄຳນຶງ​ເຖິງ​ການ​ສໍ້​ລາດບັງ​ຫລວງ ​ແລະ ບໍ່​ສາມາດ​ສໍ້​ລາດ​ບັງ​ຫລວງ.  ນີ້​ແມ່ນ​ເນື້ອ​ໃນ​ຈິດ​ໃຈ ຊຶ່ງ​ແຜນ​ຮ່າງປະຕິ​ຮູບ​ເງິນ​ເດືອນ​​ໄລຍະ 2012 - 2020 ມູ້​ງ​ໄປ​ເຖິງ. ນະ​ໂຍບາຍ​ເງິນ​ເດືອນ ທີ່​ມີ​ຕໍ່​ພະນັກງານ ລັດຖະກອນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ສັງຄົມ​ພື້ນຖານ ​ແລະ ສຳຄັນ​ພິ​ເສດ​ຂອງ​ຊາດ. ຜົນ​ສະທ້ອນ​ຂອງ​ເງິນ​ເດືອນ​​​ທີ່​ມີ​ຕໍ່ເສດຖະກິດ​ສັງຄົ​ມ​ແມ່ນ​ໃຫຍ່​ຫລວງ​, ສະ​ນັ້ນ ຖ້າ​ຫາກ​ພະນັກງານ​ລັດຖະກອນ​ບໍ່​ມີ​ເງິນ​ເດືອນ​ພຽງພໍ​ເພື່ອ​ຮັບ​ໃຊ້​ຊີວິດ ນັ້ນ​ຈະ​ເປັນ​​ໄພ​ອັນ​ຕະລາຍ​ໃຫຍ່, ທຳລາຍ​ພື້ນຖານ​ດ້ານ​ບໍລິຫານ​ຂອງ​ລັດ. ການ​ປະຕິ​ຮູບ​ນະ​ໂຍບາຍເງິນ​ເດືອນຈະ​ຫລີກ​ລ້ຽງ​ສະພາບ​ພະນັກງານ​ລັດຖະກອນ​ບໍ່​ຕັ້ງ​ໃຈເຮັດ​ວຽກ​ ບໍ່​ມີ​ຄວາມ​ຮັບຜິດຊອບ​ໃນ​ກົງຈັກ​ລັດ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​​ໃຫ້​ສັງຄົມ​ພັດທະນາ.

​ແອນ​ຮ່ວຽນ
ຂ່າວ/ບົດ​ອື່ນ