ການຮັບຮອງເອົາຮ່າງກົດໝາຍວ່າດ້ວຍສິດທິມະນຸດຢູ່ຫວຽດນາມແມ່ນວຽກງານທີ່ຜິດພາດ

(vovworld)- ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ຕຳ່​ອາ​ເມ​ລິ​ກາ ຫາ​ກໍ​ຮັບຮອງ​ເອົາ​ອັນ​ທີ່​ເອີ້ນ​ວ່າ“ຮ່າງ​ກົດໝາຍ​ສິດທິ​ມະນຸດ ຫວຽດນາມ HR 1897”. ​ເລື່ອງ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ນຳ​ບັນຫາ​ສິດທິ​ມະນຸດ​ຕິ​ດກັບ​ບັນດາ​ບ້ວງ​​ເງິນ​ຊ່ວຍ​ເຫລື​ອ​ໄຮ້ມະນຸດ​ສະ​ທຳທີ​່ສະ​ຫງວນ​ໃຫ້​ແກ່​ຫວຽດນາມ ​ແລະ ຮຽກຮ້ອງ​ລັດຖະບານ ອາ​ເມ​ລິ​ກາ ຈົ່ງມີ​ທ່າ​ທີ່​ແຂງ​ກະດ້າງ​ກວ່າ​ທີ່​ມີ​ຕໍ່​ຫວຽດນາມ​ໃນ​ບັນຫາ​ສິດທິ​ມະນຸດ ​ແລະ ສິດເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ສາກົນ ​ແລະ ຫວຽດນາມ ຂັດ​ໃຈ.

        ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ HR 1897 ​ໂດຍ​ສະມາຊິກ​ສະພາ​ສອງ​ທ່ານ​ທີ່​ຂຶ້ນ​ກັບ​ພັກສາ​ທາ​ລະນະ​ລັດ ນັ້ນ​ແມ່ນ​ທ່ານ Ed Royce ​ແລະ ທ່ານ Chris Smith ​ລິ​ເລີ່​ມ ດ້ວຍ​ຄວາມ​ຫວັງ: ຮ່າງ​ກົດໝາຍ​ສະບັບ​ນີ້​ຈະ​ຊ່ວຍ​ປັບປຸງ​ສະພາບ​ສິດທິ​ມະ​ນຸດ​ຢູ່​ຫວຽດນາມ, ຊຸກຍູ້​ຫວຽດນາມ ເຄົາລົບ​ສິດ​ເສ​ລີ​ພາບ​ໃນ​ການ​ເຊ່ືອ​ຖື​ສາສະຫນາ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ບັນດາ​ສິດ​ປະຊາທິປະ​ໄຕ. ​ເຂົາ​ເຈົ້າ​ຍົກ​ອອກ​ຂໍ້​ອ້າງ​ອີງ​ທີ່​ວ່າ “ຫວຽດ​ມາ​ມ ພວມ​ມີ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ”, “ຫວຽດນາມ ສືບ​ຕໍ່​ແມ່ນ​ຫນຶ່ງ​ໃນ​ບັນດາ​ປ​ະ​ເທດ​ລະ​ເມີດ​ສິດເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ”. ​ແຕ່ ບັນດາ​ສະມາຊິກ​ສະພາ (ສສ)ດັ່ງກ່າວ ຍັງ​ບໍ່​ທັນ​ມາ​ຫວຽດນາມຈັກເທື່ອ. ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ, ສ້າງ​ຮ່າງ​ກົດໝາຍ HR 1897, ​ເຂົາ​ເຈົ້າ​ໄດ້​ຈັດ​ຕັ້ງ​ບັນດາ​ວາລະ​ອະພິປາຍ​ກັບ​ບັນດາ​ຜູ້​ເປັນພະຍານ​​ແມ່ນ​ຊາວ​ຫວຽດນາມ, ​ໃນ​ນັ້ນ ມີ​ຫລາຍ​ຄົນ​ໄດ້​ມີ​ການ​ກະທຳລະ​ເມີດກົດໝາຍ​ຫວຽດນາມ​, ຈາກ​ນັ້ນ ​ເຂົາ​ເຈົ້າ​ຍົກ​ອອກ​ບັນດາ​ຄຳ​ກ່າວ​ຫາ​ວ່າ ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ລະ​ເມີດ​ສິດ​ເສ​ລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ. ພຽງ​ແຕ່​ອີງ​ໃສ່​ບາງ​ກໍລະນີພິ​ເສດ, ບໍ່​ພົ້ນ​ເດັ່ນ​ເທົ່າ​ນັ້ນ ​ແຕ່​ບັນດາ ສສ ອາ​ເມ​ລິ​ກາ ຍົກ​ອອກ​ຄຳ​ກ່າວ​ຫາ​ກ່ຽວ​ກັບ​ສິດ​ເສລີ​ພາບໃນ​ການ​ເຊື່ອ​ຖື​ສາສະຫນາ, ສິດເສລີ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ​ເປັນ​ອັນ​ວາ່,​ ບັນດາ​ຂໍ້​ມູນ​ຂ່າວສານ​ໃນ​ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ HR 1897 ຂອງ​ເຂົາ​ເຈົ້າ, ບໍ່​ແມ່ນ​ບັນດາຂໍ້​ມູນ​ຂ່າວສານ​ທີ່​ຄົບ​ຖ້ວນ ​ແລະ ບໍ່​ຖືກ​ກັບ​ຄວາມ​ເປັນ​ຈິງ​ຂອງ​ສິດ​ເສລີ​ກ່ຽວ​ກັບ​ສິດທິ​ມະນຸດຢູ່​ຫວຽດນາມ.

ການຮັບຮອງເອົາຮ່າງກົດໝາຍວ່າດ້ວຍສິດທິມະນຸດຢູ່ຫວຽດນາມແມ່ນວຽກງານທີ່ຜິດພາດ - ảnh 1
ທ່ານ Eni Faleomavaega ສະມາຊິກ​ອະນຸ​ກຳມາທິການ
ການ​ຕ່າງປະ​ເທດ ຂຶ້ນ​ກັບ​ສະພາ​ຕຳ່​ອາ​ເມ​ລິກາ
ພາບ:AP

        ​ເມື່ອ​ເວົ້າ​ວ່າ: ຫວຽດນາມ​ຂາດ​ສິດ​ເສລີ​ກ່ຽວ​ກັບ​ສິດທິ​ມະນຸດ, ສສ Ed Royce ​ແລະ Chris Smith, ຊື່​ງ​ແມ່ນ​ຜູ້​ຄົນ​ມີ​ແນວ​ຄິດ​ຕາຍ​ຕົວສຳລັບ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ໄດ້​ຕັ້ງ​ໃຈ​ຫລົງ​ລືມ​ຄວາມ​ເປັນ​ຈີ​ງທີ່​ວ່າ: ຫວຽດນາມ ​ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດຄື: ພົນລະ​ເມືອງ, ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ ຊື່​ງ​​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ. ​ປີ 2006, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ຍົກຫວຽດນາມ ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ຕ້ອງ​ເອົາ​ໃຈ​ໃສ່​ພິ​ເສດ​ກ່ຽວ​ກັບ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ບົດ​ລາຍ​ງານ​ໃຫມ່​ສຸດ​ກ່ຽວ​ກັບ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່​ໃນໂລກຂອງ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​​ໃນ​ວັນ​ທີ 20/5 ກໍ​ບໍ່​ສະ​ເຫ​ນີຈັດຫວຽດນາມ​​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ດັ່ງກ່າວຄືນ​ໃຫມ່. ສສ Chris Smith ​ເວົ້າ​ວ່າ ຫວຽດນາມ ຄວບ​ຄຸມ​ທຸກ​ກຸ່ມ​ສາສະຫນາ, ຈຳກັດ ​ແລະ ປັບ​ໄຫ​ມ​ລົງ​ໂທດບັນດາ​ການ​ເຄື່ອ​ນ​ໄຫວ​ດ້ານສາສະຫນາ​ເອກະລາດ ຫາກ​ບໍ່​​ເຫັນ​ໄດ້​ວ່າ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ມີ​ສາສະ​ນີກະ​ຊົນ​​ສາສະຫນາເກືອບ 20 ລ້ານ​ຄົນ ດ້ວຍ​ຜູ້​ມີ​ຍົດ​ຖະບັນດາສັກ, ນັກບວດ 56.125 ອົງ ​ ​ນັ້ນບໍ່​ທັນ​ນັບ​ເຖິງ​ມີ​ຜູ້​ເຄື່ອນ​ໄຫວ​ໃນ​ສາສະຫນາ​ຕ່າງໆ​ບໍ່​ເປັນ​ທາງ​ການນັບ​ໝື່ນ​ໆ​ຄົນອີກ. ​ໄລ່​ລວມທົ່ວ​ປະ​ເທດ, ສາສະຫນາ​ພຸດ​ມີ​ວັດ 14.043 ​ແຫ່ງ, ສາສະຫນາ​ຄາ​ໂຕ​ລິກ ມີ​ໂບດ, ຫໍ​​ແຈກ 6.003 ​ແຫ່ງ, ສາສະຫນາ​ໂປຣ​ແຕສະ​ຕັງ ມີ​​ໂບດ, ຫໍ​​ແຈກ ​ເກືອບ 500 ​ແຫ່ງ, ສາສະຫນາ ກາວ​ດາຍ 1.284 ​ແຫ່ງ, ສະຫນາ​ຮ່ວາ​ຫາວ ມີ​ວັດ 522 ​ແຫ່ງ,​ ສາສະຫນາ​ອິດ​ສະ​ລາມ ມີ​ໂບດ 77 ​ແຫ່ງ. ບັນດາ​ຕົວ​ເລກ​ດັ່ງກ່າວ​​ເປັນ​ການພິສຸດ​ໃຫ້​ເຫັນວ່າ ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່​ຫວຽດນາມ​ແມ່ນ​ຊັດ​ເຈັນ​ກວ່າ​​ເມື່ອ​ທຽບ​ໃສ່ຂໍ້​ມູນ​ຂ່າວສານ​ຊື່​ງ ສສ Chris Smith ​​ໄດ້​ເຕື້ອງ​ເຖິງ.

        ຮ່າ​ງກົດໝາຍ​ສິດທິ​ມະນຸດ​ຫວຽດນາມ HR 1897 ດ້ວຍ​ບັນດາ​ຂໍ້​ມູນ​ຂ່າວ​ເສກສັນ​ປັ້ນ​ແຕ່າງ​ກ່ຽວ​ກັບ​ສະພາບ​ສິດ​ທິມະນຸດ, ສາສະຫນາ​ຢູ່​ຫວຽດນາມ, ​ນຳ​ບັນຫາ​ສິດທິມະນຸດ​ຕິດ​ພັນ​ກັບ​ການ​ຊ່ວຍ​ເຫລືອ​ໄຮ້​ມະນຸດສະທຳ​ທີ່​ມີ​ຕໍ່​ຫວຽດນາມ ​ແລະ ຮຽກ​ຮອ້ງລັດຖະບານ ອາ​ເມ​ລິ​ກາ ວາງ​ເງື່ອນ​ໄຂ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ວິວັດ​ການ​ເຈລະຈາ​ກ່ຽວກັບ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ສົນທິສັນຍາ​ຄູ່​ຮ່ວມ​ມືເຂດ​ປາຊີ​ຟີ​ກ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຂັດ​ໃຈ. ຢູ່​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ເອງ, ສສ Eni Faleomavaega ສະມາຊິກ​ອະນຸ​ກຳມາທິການ​ການ​ຕ່າງປະ​ເທດ ຂຶ້ນ​ກັບ​ສະພາ​ຕຳ່​ອາ​ເມ​ລິກາ ຮັບຜິດຊອບ ອາຊີ - ປາຊີ​ຟີ​ກ ​ໄດ້​ອອກ​ແຈ້ງ​ການ​ຫນັງສືພິມ​ຄັດຄ້ານ ພາຍຫລັງ ຮ່າງ​ກົດໝາຍ HR 1897 ​ໄດ້​ຮັບ​ການ​ຮັບຮ​ອງ​ເອົາ​ຈາກ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ຕຳ່​ອາ​ເມ​ລິ​ກາ. ດ້ວຍ​ການ​ສັງ​ເຫດ​​ໃນຫລາຍ​​ແງ່​ມູມ, ສສ Faleomavaega ຊີ້​ແຈງ​ວ່າ ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ 2013 ບໍ່​ສ່ອງ​ແສງ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ ​ແລະ ຖືກ​ຜົນ​ສະທ້ອນ ຈາກຊາວ​ອາ​ເມ​ລິ​ກາ​ເຊື້​ອຊາດ​ຫວຽດນາມ ຈຳນວນ​ຫນຶ່ງ ທີ່​​ຂາດ​ເຈດ​ຕະນາ​ດີ​ກັບ​ລັດຖະບານ ຫວຽດນາມ. ສສ Faleomavaega ທະຫາ​ນຜ່ານ​ເສີກ​​​ທີ່ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ ກ່ອນ​ນີ້​ໄດ້​ຖື​ວ່າ: ກົນອຸ​ບາຍໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ ​ແລະ ຍົກ​ອອກ​ຂໍ້​ມູນ​ຂ່າວສານ​ທີ່​ຜິດພາດ​ກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຢູ່​ຫວຽດນາມ ນັ້ນ​ບໍ່​ແມ່ນ​ວິທີ​ຖືກຕ້ອງ. ຕາມ​ທ່ານ​ແລ້ວ ຮອດ​ເວລາ​ບໍ່ຄວນ​ເວົ້າ​ເຖິງ ອະດີດຕະການ ​ແລະ ​ເລີ່​ມຕົ້ນ​ວິວັດ​ການ​ຮຳບາດ​ແຜ​ສົງ​ຄາມ ລະຫວ່າງ ຊາວ​ອາ​ເມ​ລິ​ກາ ​ແລະ ຊາວ​ຫວຽດນາມ.

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ ບັນດາ​ການ​ນຳ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້ ​ແລະ ພວມ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຍູ້​ແຮງ​ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ແລະ ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ​ສອງ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ກົນ​ໄກ​​ເຈລະຈາ​ສິດທິ​ມະນຸດ ລະຫວ່າງ ຫວຽດນາມ ​ແລະ ອ​າ​ເມ​ລິ​ກາ ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ປະຈຳ ​ແລະ ມີ​ປະສິດທິ​ຜົນ. ທັງ​ສອງ​ປະ​ເທດ​ໄດ້ ​ແລະ ພວມ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຫນູນ​ຊ່ວຍ​​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຂອງ​ຫວຽດນາມ ​ແລະ ຊອກ​ຫາ​ຊາວ​ອາ​ເມ​ລິ​ກາ ຖື​ກຫາຍ​ສາບ​ສູນ​ໃນ​ສົງຄາມ​ຢູ່​ຫວຽດນາມ. ​ເປັນ​ອັນວ່າ ​ເລື່ອງ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ຕຳ່ ອາ​ເມ​ລິ​ກາ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສິດທິ​ມະນຸດ ຫວຽດນາມ HR 1897 ບໍ່​​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ວິວັດ​ການ​ຍູ້​ແຮງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາຢ່າງ​ຈະ​ແຈ້ງ. ການ​ກະທຳ​ຜິດພາດ​ດັ່ງກ່າວ​ໄປ​ຝືນ​ກັບ​ທ່າ​ອ່ຽງພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ການັ້ນພຽງ​ແຕ່​ແມ່ນ​ການ​ກະທຳ​ບໍ່​ມີຄວາມ​ໝາຍ​ເທົ່າ​ນັ້ນ.

       

           

 

ຕອບກັບ

ຂ່າວ/ບົດ​ອື່ນ