ຂີດໝາຍປະຫວັດສາດຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ ສ.ເຊັກ

(vovworld)- ຫວ່າງ​ແລ້ວ​ນີ້ ຕາມ​ຄຳສະ​ເຫ​ນີຂອງ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຊັກ, Karel Schwarzenberg, ລັດຖະບານ ສ​ເຊັກ ​ໄດ້​ຕົກລົງ​ບົ່ງ​ຕົວ​ຜູ້ຕາງຫນ້າ​ຂອງ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມອາ​ໄສ​ຢູ່ ສ​ເຊັກ​ ເຂົ້າ​ສະພາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ​ລັດຖະບານ​ນີ້. ຂໍ້​ຕົກລົງ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ສຳລັບ​ວົງ​ຄະນາ​ຍາດ​ຊາວ​ ຫວຽດນາມ ອາ​ໄສຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ພິ​ເສດ​ແມ່ນ ຊາວ​ຫວຽດນາມ ອ​າ​ໄສ ​ຢູ່ ​ສ​ເຊັກ ​ເວົ້າ​ສະ​ເພາະ. ຄວາມ​ໝາຍ​ໃຫຍ່​ສຸດ​ຈາກ​ຂໍ້​ຕົກລົງ​ນີ້​ນັ້ນ​ແມ່ນ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ຈະ​ໄດ້​ຮັບ​ຄວາມ​ສະ​ເຫມີ​ພາບ​​​ກັບ​ບັນດາ​ຊົນ​ເຜົ່າ​ອື່ນ​ທີ່​ພວມ​ດຳ​ລົງ​ຊີວິດ​ຢູ່​ເຂດ​ດິນ​ແດນ ສ​ເຊັກ. ​ເນື່ອງ​ໃນ​ໂອກາດ​ນີ້, ນັກ​ຂ່າວ​ບູ່​ຍຮັ່ງມີ​ບົດ​ຂຽນ​ທີ່​ພາດ​ຫົ​ວ​ເລື່ອງ​ວ່າ:ຂີດໝາຍປະຫວັດສາດ ຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ ສ.ເຊັກ. ​

ຂີດໝາຍປະຫວັດສາດຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ ສ.ເຊັກ - ảnh 1
ການເຄື່ອນໄຫວທາງສາສະຫນາຂອງຊາວ ຫວຽດນາມ ຢູ່ ສ.ເຊັກ

        ວົງ​ຄະນາ​ຍາດ​ຊາວ​ ຫວຽດນາ​ມ ອາ​ໄສຢູ່ ​ສ​ເຊັກ ​ແມ່ນ​ວົງ​ຄະນາ​ຍາດ​ຊາວ​ຕ່າງປະ​ເທດ​ທີ່​ມີ​ພົນລະ​ເມືອງ​ຫລາຍອັນ​ດັບ 3 ຖັດຈາກ​ ຢູ​ແກຼນ ​ແລະ ສະ​ໂລ​ວາ​ກີ. ປະຈຸ​ບັນ ມີ​ຊາວ​ຫວຽດນາມ ປະມານ 65.000 ຄົນ ພວມ​ດຳລົງ​ຊີວິດ​ຢູ່ ​ເຊັກ​ຢ່າງ​ຖືກຕ້ອງ​ກັບ​ກົດໝາຍ ​ໃນ​ຈຳ​ນວນ​ຊາວ​ເຊັກ​ກວ່າ 10,2 ລ້ານ​ຄົນ. ດ້ວຍ​ຈິດ​ໃຈ​ອຸ​ຸ້ມຊູ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ນັບ​ມື້​ນັບ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ. ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1999 ​ເພື່ອ​ສ້າງ​ການ​ພົວພັນ​ອຸ້ມ​ຊູ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ສາມັກ​ຄີ​ກັນ​ລະຫວ່າງ​ບັນດາ​ສະມາຊິກ​ວົງ​ຄະນາ​ຍາດ​ຢູ່ ​ເຊັກ, ສະມາຄົມ​ໄດ້​ວາງ​ຈຸດໝາຍ​ບຸລິມະສິດ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ​ເຊັກ. ພາຍຫລັງ​ເຄື່ອນ​ໄຫວ​ໃນ​ເວລາ​ກວ່າ 10 ປີ, ມາ​ຮອດ​ປະຈຸ​ບັນ ສະມາຄົມ ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ ​ໄດ້​ມີ 26 ສະມາຄົມສະມາ​ຊິກ ​ແລະ 44 ສາຂາ​ສະມາ​ຄົມຢູ່​ເກືອບ​ທັງ​ໝົດ​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ເຊັກ. ​ໃນ​ຊຸມ​ປີຜ່ານມາ, ສະມາຄົມ ຊາວຫວຽດນາມ ອາ​ໄສ​ຢູ່ ​ເຊັກ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ ສຳລັບ​ຊາວ​ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ສອງ​ປະ​ເທດ. ສະມາຄົມ​ດັ່ງກ່າວ​​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ ຢູ່ ​ເຊັກ ຍື່ນ​​ໃບສະ​ເຫ​ນີ​ຕໍ່​ລັດຖະບານ​ປະ​ເທດ​ນີ້ ​ເພື່ອຮອງ​ຮັບ​ຊາວ​ ຫວຽດນາມ ​ແມ່ນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ​ປະ​ເທດ​ນີ້ ​ເພື່ອ​ສ້າງ​ທີ່​ຕັ້ງ​ດ້ານ​ກົດໝາຍ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ວົງ​ຄະນາ​ຍາດ​ຊາວ​ ຫວຽດນາມ ດຳ​ລົງ​ຊີ​ວິດ​ຢ່າງ​ຖືກຕ້ອງ​ກັບ​ກົດໝາຍ​ໄລຍະ​ຍາວ​ນານ ​ແລະ ​ປົກກະຕິ, ສ້າງ​ຄວາມ​ສະ​ເຫມີ​ພາບ​ກັບ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ອື່ນ​ຢູ່ ​ເຊັກ. ​ເລື່ອງ​ຮອງ​ຮັບ​ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ເປັນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ ​ເຊັກ ຈະ​ສ້າງ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ໃຫ້​ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ກັບ​ຊີວິດ​ດ້ານ​ເສດຖະກິດ - ສັງຄົມ​ຂອງ​​ເຊັກ, ປະກອບສ່ວນ​ຮັດ​ແຫນ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ​ຄື​ຊຸກຍູ້​ເປີດ​ກວ້າງ​ການ​ພົວພັນ​ການ​ຕ່າງປະ​ເທດ, ການ​ຄ້າ​ສອງ​ຝ່າຍ ຫວຽດນາມ ​ແລະ ​ເຊັກ.

ຂີດໝາຍປະຫວັດສາດຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ ສ.ເຊັກ - ảnh 2
 ທ່ານ ຮ່ວາງດີງທັງ ປະທານສະມາຄົມຊາວຫວຽດນາມ
ອາໄສ ຢູ່ ສ. ເຊັກ

        ດ້ວຍ​​ເລື່ອງ​ມີຜູ້ຕາງຫນ້າ​​ໃນ​ສະພາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຂອງລັດຖະບານ​  ​ເຊັກ ຢ່າງ​ເປັນ​ທາງ​ການ, ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊັກ ຈະ​ມີ​ສິດ​​ເຊັນ​ຂໍ້​ຜູກ​ພັນ​ໃນ​ບັນດາ​ເອກະ​ສານ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ດ້ວຍ​ພາສາ​ຂອງ​ຕົນ, ມີ​ສິດ​ປະກາດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ການ​ເລືອກ​ຕັ້ງ​ດ້ວຍ​ພາສາ​ຂອງ​ຕົນ, ມີ​ສິດ​ໄດ້​ຮຳ່ຮຽນ​ດ້ວຍ​ພາສາ​ຫວຽດ  ​ແລະ ບັນດາ​ສິດ​ກ່ຽວ​ກັບ​ວັດທະນະທຳ ນັບ​ທັງ​​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ອະນຸລັກ​ຮັກສາ​ປະ​ເພນີ​ຕ່າງໆ. ສິ່ງ​ດັ່ງກ່າວ​ຮັບປະກັນ​ໃຫ້​ແກ່​ຊາວ​ຫວຽດນາມ ມີ​ສິດ​ນຳ​ໃຊ້​ພາສາ​ຫວຽດ ຢູ່ ອົງການ​ສຳນັກງານ​ກໍ​ຄື ​ໃນສານ. ນອກ​ນັ້ນ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອ​າ​ໄສ ຢູ່ ​ເຊັກ ສາມາດ​ສ້າງ​ຕັ້ງ​ລາຍການ​ກະຈາຍສຽງ ​ແລະ ​ໂທລະພາບ ດ້ວຍ​ພາສາ​ຫວຽດ. ຄຽງ​ຄູ່​ກັນ​ນັ້ນ ດ້ວຍ​ຖາ​ນະ​ແມ່ນ​ຫນຶ່ງ​ໃນ​ 14 ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຢູ່​ເຊັກ, ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ຈະ​ມີ​ເງື່ອນ​ໄຂ ​ແລະ ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ລາຍ​ຈ່າຍ​ຈາກ​ງົບປະມານ​ຂອງ​ລັດຖະບານ​ເຊັກ​ ​ເພື່ອ​ອະນຸລັກ​ຮັກສາ, ພັດທະນາ ກ່ຽວ​ກັບ​ວັດທະນະທຳ, ມູນ​ເຊື້ອ ​ແລະ ພິ​ເສດ ພາ​ສາ​ຂອງ​ຊາດ​ຕົນ. ຢູ່ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາວ​ຫວຽດນາມ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫລາຍ, ​ເດັກນ້ອຍ​ສາມາດ​ໄດ້​ຮຳ່ຮຽນ​ດ້ວຍ​ພາສາ​ຫວຽດ. ຕາມ​ ກຳມະການ​ສະພາ​ສິດທິ​ມະນຸດ ສ​ເຊັກ Monika Simukova ​ແລ້ວ, ຜູ້ຕາງຫນ້າ​ຂອງ​ວົງ​ຄະນາ​ຍາດ​ຊາວ​ ຫວຽດນາມ ຢູ່ ສະພາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍຂອງ​ລັດຖະບານ ​ເຊັກ ຍັງ​ມີ​ສິດ​ໃຫ້​ຄຳ​ປຶກສາ​ໃຫ້​ແກ່​ລັດຖະບານ​ກ່ຽວ​ກັບ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊົນ​ເຜົ່າ​ຕົນ.

    ​ເຫດການ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ​ໄດ້​ຮອງ​ຮັບ​ເປັນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ໃນສະພາ​ຊົນ​ເຜົ່າ​ສ່ວນ​ຫນ​້ອຍຂອງ​ລັດຖະບານ ​ເຊັກ ຫວ່າງ​ແລ້ວ​ນີ້  ​ໄດ້​ຢືນຢັນ​ບົດບາດ ກໍ​ຄື​ການ​ປະກອບສ່ວນ​ອັນ​ຕັ້ງຫນ້າ​ຂອງ​ຊາວ ຫວຽດນາມ ​ໃຫ້​ແກ່​ການ​ພັດທະນາ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ. ການ​ຮອງ​ຮັບ​ດັ່ງກ່າວ​ກ​ໍ​​ແມ່ນ​ຄວາມ​ເປັນ​ກຽດ​ສຳລັບ​ຊາວ ຫວຽດນາມ ​ອາ​ໄສ​ຢູ່ 5 ທະວີບ , ສະ​ແດງ​ໃຫ້​ເຫັນ​ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ​ເຖິງ​ວ່າ​ຢູ່​ພາຍ​ໃນຫລື​ຢູ່ ຕ່າງປະ​ເທດກໍ​ຕາມ ​ແຕ່ຍາ​ມ​ໃດ​ກໍ​ສະ​ແດງ​ໃຫ້​ເຫັນ​​ນ້ຳ ​ໃຈ​ເຊື່ອງ​ມໂຍງ​ດ້ວຍ​ສັນ​ສີ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ພ້ອມ​ທັງ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສ້າງ​ຊີວິດ​​ແຫ່ງ​ການ​ເຈືອ​ຈານ​ກັບ​ປະຊາຊົນ ​ເຊັກ​ຢ່າງ​ດີງາມ​ກວ່າ.

       

 

 

ຕອບກັບ

ຂ່າວ/ບົດ​ອື່ນ