ຄຳອວຍພອນປີໃໝ່ຂອງປະທານປະເທດເຈືອງເຕີນຊາງ

  ໂດຍຕາມ​ປະ​ເພນີແລ້ວ, ​ໃນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່, ປະທານ​ປະ​ເທດ​ຫວຽດນາມ​ໄດ້​ຝາກ​ຄຳ​ອວຍພອນ​​ໄຊ​ອັນ​ປະ​ເສີດ ​ເຖິງ​ພໍ່​ແມ່​ປະຊາຊົນ, ທະຫານ ຕຳຫຼວດ​ໃນ​ທົ່ວ​ປະ​ເທດ ​ແລະ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ພວກ​ເຣົາຂໍ​ຖືເປັນ​ກຽດ​ສົ່ງຄຳ​ອວຍພອນ​ປີ​ໃໝ່ ປີ ມະ​ໂຣງ 2012 ຂອງ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເຖິງ​ທ່ານ​ຜູ້​ຟັງຜູ້​ອ່ານ​ທັງຫຼາຍ

   ພໍ່​ແມ່​ປະຊາຊົນ, ບັນດາທະຫານ ຕຳຫຼວດທົ່ວ​ປະ​ເທດ ​ແລະ​ພໍ່​ແມ່​ປະຊາຊົນຊາວຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ຮັກ​ແພງ!

    ​ໃນ​ຈຸ​ດເວລາສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່ ປີ​ມະ​ໂຣງ 2012, ຂ້າພະ​ເຈົ້າຂໍ​ຝາກ​ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ ເຖິງພໍ່​ແມ່​ປະຊາຊົນ, ທະຫານ​ຕຳຫຼວດໃນ​ທຸກ​​ແຖບ​ຖິ່ນ​ຂອງ​ທົ່ວປະ​ເທດ​ ​ແລະ​ພໍ່​ແມ່​ປະຊາຊົນຊາວຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ. ພິ​ເສດ ຂ້າພະ​ເຈົ້າຂໍ​ສະ​ແດງ​ອາລົມ​ຈິດ ອັນ​ສະໜິດສະໜົມ​ທີ່​ສຸດ​ມາ​ຍັງ​ບັນດາ​ພະນັກງານ, ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ບັນດາ​ເຂດ​ຊາຍ​ແດນ ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກສອກ​ຫລິກ; ພະນັກງານ ລັດຖະກອນ, ພາລະ​ກອນ ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະ​ໜ້າ​ທີ່ ຕ້ອງ​ຕ້ອນຮັບ​ບຸນ​ເຕັດ​ໄກ​ຈາກ​ຄອບຄົວ. ຂໍອວຍພອນ​ໃຫ້​ປະ​ເທດ​ຫວຽດນາມ​ຈົ່ງ​ມີ​ຄວາມສະຫງົບ​ສຸກ, ວັດທະນະ​ຖາວອນ, ອວຍພອນ​ໃຫ້​ທຸກໆ​ຄົນ ທຸກໆ​ຄອບຄົວ​ ຈົ່ງ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ​ມີ​ຄວາມຜາ​ສຸກ. ຂ້າພະ​ເຈົ້າກໍ​ຝາກ​ນ້ຳ​ໃຈ​ມິດຕະພາບ​ຂອງ​ປະຊາຊົນ​ຫວຽດນາມ ພ້ອມ​ດ້ວຍ​ຄຳ​ອວຍພອນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ​ພັດທະນາ ​ເຖິງ​ບັນດາ​ເພື່ອນ​ມິດຕ່າງປະ​ເທດ​ທີ່​ພວມ​ດຳລົງ​ຊີວິດ ​ແລະ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ​ປະຊາຊົນ ປະຊາ​ຊາດ​ຢູ່ໃນ​ໂລກ.

   ປີ​ 2011 ທີ່​ຜ່ານ​ມາ, ​ເຖິງ​ວ່າ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍຫຼາຍປະການກໍ​ຕາມ ​ແຕ່​ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ, ຄວາມ ມານະ​ພະຍາຍາມ​ສູ້​ຊົນ​ສູງ​ຂອງ ພໍ່​ແມ່​ປະຊາຊົນ, ສະຫາຍ, ນັກຮົບ​ທົ່ວ​ປະ​ເທດ, ປະ​ເທດ​ຫວຽດນາມ​ບັນລຸໄດ້ບັນດາ​ຜົນງາ​ນສຳຄັນ​ ກ່ຽວ​ກັບ​ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ, ພະຍາຍາມ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້ເປັນ​ປົກກະຕິ; ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ, ປັບປຸງ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ເອກະລາດ, ອະທິປະ​ໄຕ ຄວາມ​ເປັນ​ເອກະ​ພາບ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​​ໄດ້ຢ່າງໝັ້ນຄົງ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ໃນ​​ເວທີ​ສາກົນ.

   ກ້າວ​ເຂົ້າສູ່​ປີ​ໃໝ່ ປີ​ມະ​ໂຣງ 2012, ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກຫຼາຍຢ່າງ​ກໍ​ຕາມ ​ແຕ່​ດ້ວຍ​ຄວາມ​ເຊື່ອໝັ້ນອັນ​ແນ່​ວ​ແນ່​ຕໍ່​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ​ອະນາຄົດ​ອັນ​ສົດ​ໃສ​ຂອງ​ປະ​ເທດ​ຊາດ, ທົ່ວ​ພັກ, ທົ່ວ​ກອງທັບ ​ແລະທົ່ວ​ປວງ​ຊົນ, ຊາວຫວຽດນາມ​ທຸກ​ຄົນ ຈົ່ງ​ສາມັກຄີ​ກັນເປັນ​ຈິດ​ໜື່ງ​ໃຈດຽວ, ​ເສີມ​ຂະຫຍາຍ​ຄຸນ​ນະ​ທາດ, ພູມ​ປັນຍາ ​ແລະ​ມູນ​ເຊື້ອ​ອະລິຍາ​ທຳ​ຫວຽດນາມ, ກຳ​​ແໜ້ນກາລະ​ໂອກາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າຍ​ທາຍ, ຍູ້​ແຮງການ​ແຂ່ງຂັນ​ຮັກ​ຊາດ, ປະຕິບັດບັນດາ​ຈຸດໝາຍ, ໜ້າ​ທີ່​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ໄຊ, ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງກ່ວາ​ເກົ່າ ​ໃນ​ພາລະກິ​ດຫັນ​​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ, ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ​ຫວຽດນາມ, ສ້າງສາ​ປະ​ເທດ​ຊາ​ດ​ໃຫ້ນັບ​ມື້​ນັບ​ຮັ່ງມີ ສວຍ​ງາມ, ສີວິ​ໄລ, ປະຊາຊົນ​ມີ​ຊີວິດ​ທີ່ນັບ​ມື້​ນັບ​ອີ່ມ​ໜຳ​ສຳລານ ​ແລະ​ມີ​ຄວາມ​ຜາ​ສຸກ.

   ຊົມ​ເຊີຍລະດູບານ​ໃໝ່, ພະລັງ​ຊີວິດໃໝ່, ​ໄຊຊະນະ​ໃໝ່!”

ຕອບກັບ

ຂ່າວ/ບົດ​ອື່ນ