ຊີຮີຕໍ່ໜ້າການທ້າທາຍໃໝ່

(vovworld) ພາຍຫຼັງ​ເຫດການ​ກຳລັງ​ປ້ອງ​ກັນ​ອາກາດ​ຍິງ​ເຮືອບິນ​ສອດ​ແນມ F4 ຂອງ ​ຕວກກີ ຕົກ ​ເມື່ອ​ວັນ​ທີ 22/6 ນັ້ນ, ວັນ​ທີ 25/6, ຕວກກີສືບ​ຕໍ່​ກ່າວ​ຜູກ​ໂທ​ດ ຊີ​ຮີ ​ໄດ້ຍິງ​ເຮືອບິນ​ສອດ​ແນມ ​ລຳ​ທີ 2 ຂອງ​ປະ​ເທດ​ນີ້​ຕົກ ​ໃນ​ຂະນະ​ທີ່​ພວມ​ຊອກ​ຫາເຮືອບິນ​ສອດ​ແນມ F4. ການ​ກະທຳ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ຊີ​ຮີ ກັບ ​ຕວກກີມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ​ແລະ ອາດ​ຈະ​ເກີດ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ, ​ໃນ​ສະພາບ​ການ​ທີ່​ລັດຖະບານ ຊີ​ຮີ ພວມ​ປະ​ເຊີນ​ໜ້າກັບສະພາບ​ຂາດ​ສະຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ.

ຊີຮີຕໍ່ໜ້າການທ້າທາຍໃໝ່ - ảnh 1

ປະທານາທິບໍດີຊີຮີ Bashar al-Assad. ພາບ: MiddleEast Post.

        ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຕວກກີ Bulent Srinc ​ແລ້ວ, ​ເລື່ອງ​ຊີ​ຮີ ຍິງ​ເຮືອບິນ F4 ຕົກ ​ແມ່ນ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ຢູ່​ໃນ​ລະດັບ​ສູງ​ສຸດ ​ແລະ Ankara ຈະ​ປ້ອງ​ກັນ​ຕົວ​ເອງໃນ​ຂອບ​ເຂດ​ກົດໝາຍ​ສາກົນ. ບໍ່​ພຽງ​ແຕ່​ກ່າວ​ຜູກ​ໂທດ​ເທົ່າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​Bulent Srinc ຍັງ​ໃຫ້​ຮູ້​ວ່າ, ​ໃນສອງ, ສາມ​ມື້​ຈະ​ມາ​ເຖິງ, ຕວກກີຈະ​ຕົກລົງ​ກ່ຽວ​ກັບ​ເລື່ອງ​​ຄວນຢຸດຕິ​ການ​ຂາຍໄຟຟ​້າ​ໃຫ້​ຊີ​ຮີ​ຫຼື​ບໍ່. ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຕວກກີ Ahmet Davutoglu ພັດ​ຖື​ວ່າ​ນີ້​ແມ່ນ​ເຮືອບິນ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ເຝິກຊ້ອມ, ດຳ​ເນີນ​ການ​ກວດກາ​ລະບົບ ຮາ​ດາ, ຫາກ​ບໍ່​ແມ່ນ​ປະຕິບັດ​ໜ້າ​ທີ່​ສອດ​ແນມ. ຕາມທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຕວກກີ​ແລ້ວ, Ankara ຈະ​ມີ​ການ​ກະທຳ​ລະງັບ​ໃຈ, ​ແຕ່​ກໍ່​ຕັດສິນ​ໃຈ​ຈະ​ນຳ​ເຫດການ​ດັ່ງກ່າວ​ອອກ​ສູ່​ຫາງ​ສຽງ ກໍ່​ຄື​ກົດໝາຍ​ສາກົນ.

        ​ເຫດການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ເຫດ​ຜົນເພື່ອ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ເພີ່ມ​ຄວາມກົດດັນ​ສາກົນ​ທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar – Assad, ຍື່ນມື​ເຂົ້າ​ແຊກ​ແຊງສະພາບການ​​ໃນ​ຊີ​ຮີ. ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ຊີ​ຮີ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ວ່າເລື່ອງ Damascus  ຍິງເຮືອບິນ​ສອດ​ແນມ F4 ຂອງ​ຕວກກີຕົກ ບໍ່​ແມ່ນ​ການ​ກະທຳ​ເກາະ​ຜິດ ຫາກ​ພຽງ​ແຕ່​​ແມ່ນ​ການ​ປ້ອງ​ກັນຕົວ ​ໃນ​ຂະນະ​ທີ່​​ເຮື​ອບິນພວມ​ບິນໃນ​ເຂດ​ນ່ານ​ຟ້າ​ຂອງ ຊີ​ຮີ ​ເທ່ົາ​ນັ້ນ, ​ແຕ່​ອົງການ NATO, ຍັງ​ຄົງ​ຕັດສິນ​ໃຈ​ຈັດການ​ປະຊຸມ​ດ່ວນ​ໃນ​ວັນ​ທີ 26/6 ​ເພື່ອ​ພິຈາລະນາ​ເຫດການ​ດັ່ງກ່າວ. ​ໂຄສົກ​ທຳນຽບຂາວ​ທ່ານ Jay Carney ກໍ່​ຢັ້ງຢືນ​ວ່າ, ອາ​ເມ​ລິ​ກາ​ຈະ​ສົມທົບ​ກັບ ​ຕວກກີ ​ເພື່ອ​ບັງຄັບ​ໃຫ້ Damascus ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ກໍລະນີ​ຍິງ​ເຮືອບິນ​ຕົກ​ດັ່ງກ່າວ. ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ກໍ່​ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ​ຈະ​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ ກັບ Ankara ​ເພື່ອ​ຊຸກຍູ້​ວິວັດ​ການ​ມອບ​​ໂອນ​ສິດ​ອຳນາດ​ຢູ່ ຊີ​ຮີ. ​ໃນ​ຂະນະ​ນັ້ນ, ​ເພື່ອ​ເຮັດ​ໃຫ້​ລັດຖະບານ ຊີ​ຮີ ຕົກ​ຢູ່​ໂດດ​ດ່ຽວ, ບັງຄັບ​ໃຫ້ປະທານາທິບໍດີ Bashar – Assad ຕ້ອງຍອມ​ຖອຍຫຼັງ​ ຍ້ອນກຳລັງ​ດັນ​ຈາກ​ຝ່າຍ​ນອກ. ວັນ​ທີ 25/6, ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ 27 ປະ​ເທດ​ໃນ​ສະຫະພາບ​ເອີ​ລົບ (EU) ​ໄດ້​ຮັບຮອງ​ເອົາ​ຄຳ​ສັ່ງ​ລົງ​ໂທ​ດ​ໃໝ່​ສຳ​ລັບ​ອຳນາດ​ການ​ປົກຄອງ ຊີ​ຮີ, ​ເຊິ່ງຈຸດໝາຍ​ແມ່ນ​ບັນດາ​ກະຊວງ ​ແລະ ບໍລິສັດ​ແຫ່​ງລັດ. ນີ້​ແມ່ນ​ການ​ລົງ​ໂທດ​ດ້ານ​ການ​ເງິນ​ຄັ້ງ​ທີ 16 ຂອງ EU ສຳ​ລັບ ຊີ​ຮີ ນັບ​ແຕ່​ເດືອນ 3/2011. ອົດ​ສະ​ຕາ​ລີ​ກໍ່​ປະກາດນຳ​ໃຊ້​ບັນດາ​ມາດ​ຕະການ​ໃໝ່​ເພື່ອ​ລົງ​ໂທດ ຊີ​ຮີ, ​ໃນ​ນັ້ນ​ມີ​ການ​ຈຳກັດ ຫຼື ຫ້າມ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ໃນ​ຂົງ​ເຂດ​ນ້ຳມັນ​, ການ​ບໍລິການ​ດ້ານ​ການ​ເງິນ, ​ໂທລະ​ຄົມ… ຕໍ່ໜ້າ​ສະພາບ​ການ​ທີ່​ສັບສົນ ​ແລະ ສະດຸ​້ງ​ໄວ​ຄືດັ່ງກ່າວ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Alexander Glushko ​ໄດ້​ຊຸກຍູ້​ໃຫ້ NATO ບໍ່​ຄວນ​ສວຍ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ ຕວກກີ ກ່ຽວ​ກັບ​ການ​ຮຽກ​ໂຮມ​ກອງ​ປະຊຸມ​ຂອງ​ພັນທະ​ມິດ​ການ​ທະຫານ​ນີ້ ​ເພື່ອ​ເຮັດ​ໃຫ້​ສະພາບ​ການ​ຢູ່ ຊີ​ຮີ ​ເຄັ່ງ​ຕຶງ​ຍິ່ງ​ຂຶ້ນ. ພັນທະ​ມິດ​ຂອງ ອີ​ຮານ ກໍ່​ຫວັງ​ວ່າ​ເຫດການ​ນີ້​ຈະ​ຖືກ​ຕີ​ລາຄາ​ຢ່າງ​ຊັດ​ເຈນ ​ແລະ ຮັບຮອງ​ເອົາ​ມາດ​ຕະການ​ໂດຍ​ສັນຕິ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ກໍ່​ຄື​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ຈີນ​ກໍ່​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຄວນ​ມີສະຕິ ​ແລະ ລະງັບ​ໃຈ.

        ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີ​ຮີ Bashar – Assad ​ແລະ ​ບັນດາປະ​ເທດ​ມະຫາ​ອຳນາດ​ຝ່າ​ຍຕາ​ເວັນ​ຕົກ​ ​ເຊິ່ງຍັງ​ບໍ່​ທັນ​ຊອກ​ເຫັນ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ມີ​ປະສິດທິ​ຜົນ​ນັ້ນ, ການ​ປະ​ທະ​ກັນ​ຢູ່​ພາຍ​ໃນ​ປະ​ເທດ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຊີ​ຮີ ກັບ​ຝ່າຍ​ຄ້ານ ກໍ່​ບໍ່​ທັນ​ຢຸດຕິ​ລົງ​ເທື່ອ. ຕາມ​ອົງການ​ຕິດຕາມ​ກວດກາ​ສິດທິ​ມະນຸດ ຊີ​ຮີ ​ແລ້ວ, ສັບປະດາ​ຜ່ານ​ມາ ​ແມ່ນ​ໜຶ່ງ​ໃນ​ບັນດາ ສັບປະດາ​ນອງ​ເລືອດ​ທີ່​ສຸດ​ຂອງ​ວິ​ກິດ​ການ​ທີ່​ແກ່ຍາວ 15 ​ເດືອນ ຜ່ານ​ມາ​ຢູ່ ຊີ​ຮີ, ສະ​ເພາະ​ວັນ​ທີ 24/6, ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີ​ຮີ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ 34 ຄົນ. ຖ້າ​ຫາກ​ຄິດ​ໄລ່​ແຕ່​ເດືອນ 3/2011 ມາ​ຮອດ​ປະຈຸ​ບັນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊີ​ຮີ ​ໄດ້​ເຮັດ​ໃຫ້ມີຜູ້ເສຍ​ຊີວິດປະມານ 15.000 ຄົນ​.

        ​ເລື່ອງ​ຊີ​ຮີ​ທັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມກົດດັນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ພາຍຫຼັງ​ເຫດຍິງ​ເຮືອບິນສອດ​ແນມ F4 ຂອງ ​ເຕິ​ກກີ ຕົກ, ທັງ​ຕ້ອງ​ແກ້​ໄຂ​ການ​ພິພາດ​ກັນ​ພາຍ​ໃນ​ປະ​ເທດນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະພາບ​ການ​ຢູ່ ຊີ​ຮີ ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ. ວິ​ກິດ​ການ​ການ​ເມືອງ​ຢູ່ ຊີ​ຮີ ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ອັນຕະລາຍ, ​ເຊິ່ງອາດ​ຈະ​ກໍ່​ໃຫ້​ເກີດ​ການ​ປະກັນ​ໃນ​ທົ່ວ​ເຂດ​ຕາ​ເວັນ​ອອກ​ກາງ.

ຕອບກັບ

ຂ່າວ/ບົດ​ອື່ນ