ປະເທດອາເມລິກາຕໍ່ໜ້າສິ່ງທ້າທາຍໃໝ່

ວັນ​ທີ 16/4, ປະ​ເທດ​ອາ​ເມ​ລິ​ກາ​ ຖືກ​ສັ່ນ​ສະ​ເທືອ​ນຍ້ອນ​ເຫດ​ວາງ​ລະ​ເບີດ​ສອງ​ຄັ້ງຢ່າງ​ລຽນຕິດ​ຢູ່​ໃຈກາງ​ນະຄອນ Boston ​ແຫ່ງ​ທີ່​ພວມ​ດຳ​ເນີນ​ການ​ແຂ່ງຂັນ Marathon ຂະ​ຫນາດ​ໃຫ່ຍທີ່​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ນັບໝື່ນໆ​ຄົນ, ​ໃນ​ນັ້ນມີນັກ​ກິລາ​ມາ​ຈາກ 96 ປະ​ເທດ​ໃນ​ໂລກ. ​ເຖິງ​ວ່າ, ຫຼັງ​ຈາກ​ນັ້ນ, ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ ​ໄດ້ໃຫ້​ຄຳໝັ້ນສັນຍາ​ວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອຊອກ​ຫາ​ອາດຊະຍາ​ກ​​ອນໂດ​ຍ​ໄວກໍ່ຕາມ ​ແຕ່​ເຫດການ​ດັ່ງກ່າວ​ໄດ້​ສ້າງ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ຂອງທ່ານ​ປະທານາທິບໍດີ​ Barack Obama .

ປະເທດອາເມລິກາຕໍ່ໜ້າສິ່ງທ້າທາຍໃໝ່ - ảnh 1

ສະພາບການຢູ່ Bostonຫລັງເກີດເຫດ

(ພາບ:Getty)

  ລູກ​ລະ​ເບີດ 2 ລູກ​ໄດ້​ລະ​ເບີດ​ຂຶ້ນຢູ່​ມໍ່​ກັບ​​ເປົ້າ​ໝາຍ​ຂອງ​ການ​ແຂ່ງຂັນ​ແລ່ນ Marthon Boston ​ໄດ້​​ເຮັດ​ໃຫ້ການ​ແຂ່ງຂັນ​ກິລາ​ທີ່​ຟົດ​ຟື້ນ​ນີ້ກາຍ​ເປັນ​ເຫດການ​ຖືກ​ທຳລາຍ​ຢ່າງນ​ອງ​ເລືອດ. ​ໄລ່​ມາຮອດ​ຈຸດ​ເວລາ​ປະຈຸ​ບັນ, ​ເຫ​ດການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 3 ຄົນ​ເສຍ​ຊີວິດ ​ແລະ ປະມານ 180 ຄົນ​ຖືກ​ບາດ​ເຈັບ. ຈຳນວນ​ຜູ້​ຖືກ​ບາດ​ເຈັບ​ລົ້ມຕາຍ​ອາດ​ຈະ​ເພີ່ມ​ຂຶ້ນ​ອີກ​ຍ້ອນ​ມີ​ຫຼາຍ​ຄົນ​ຖືກ​ບາດ​ເຈັບ​ສາຫັດ. ພາຍຫຼັງ​ການ​ບຸກ​ໂຈມ​ຕີ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​​ໄດ້​ຊີ້​ນຳ​ລັດຖະບານ​ສະຫະລັດ​ຕ້ອງເພີ່ມ​ທະວີການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ​ໃຫ້​ຄຳໝັ້ນສັນຍາ​​ທາງ​ໂທລະພາບ​ວ່າ ຈະ​ນຳ​ຜູ້​ຢືນ​ຢູ່​ເບື້ອງ​ຫຼັງ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ທັງ​ໝົດຂຶ້ນ​ສານ.

ປະເທດອາເມລິກາຕໍ່ໜ້າສິ່ງທ້າທາຍໃໝ່ - ảnh 2

(ພາບ:Getty)

   ພາຍຫຼັງ​ການ​ບຸກ​ໂຈມ​ຕີ, ວັນ​ທີ 16/4, ບັນດາ​ການ​ນຳສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ອົງການ​ນາ​ໂຕ ​ໄດ້​ພ້ອມ​ກັນ​ກ່າວ​ປະນາມ​ເຫດ​ວາງ​ລະ​ເບີດ​ທີ່​ໂຫດຮ້າຍ​ນີ້. ​ໃນ​ວັນ​ດຽວ​ກັນ, ສະຫະ​ສະມາຄົມ​ແລ່ນ ແລະ ລານສາກົນ ກໍ່​ໄດ້​ກ່າວ​ປະນາມ​ເຫດ​ວາງ​ລະ​ເບີດ​ເຊັ່ນ​ດຽວ​ກັນ, ​ໂດຍຖື​ວ່າ: ນີ້​ແມ່ນ​ເຫດການ​ບຸກ​ໂຈມ​ຕີ​ແນ່​ໃສ່​ຄວາມ​ກ້າຫານ ​ແລະ ນ້ຳ​ໃຈ​ເມດ​ຕາ​ຂອງ​ມະນຸດ. ສ່ວນ​ລັດ​ເຊຍ, ຈີນ, ​ເຢຍລະ​ມັນ, ຝະລັ່ງ, ອີຣານ….ກໍ່​ພ້ອມ​ກັນ​ກ່າວ​ປະນາມ​ເຫດ​ວາງ​ລະ​ເບີດ ​ແລະ ສະ​ແດງ​ຄວາມ​ສາມັກຄີ​ກັບ​ປະຊາຊົນ​ອາ​ເມ​ລິ​ກາ​. ປະທານາທິບໍດີລັດ​ເຊຍ Putin, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ແລະ ປະມຸກ​ລັດ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ ​ໄດ້​ສົ່ງ​ໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama.

ປະເທດອາເມລິກາຕໍ່ໜ້າສິ່ງທ້າທາຍໃໝ່ - ảnh 3

ຊ່ວຍຜູ້ຖືກບາດເຈັບ

(ພາບ:AP)

   ​ເຖິງ​ວ່າ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ບັນດາ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ບໍ່​ທັນ​ຢືນຢັນ​ວ່າ: ນີ້​ແມ່ນ​ເຫດການ​ກໍ່​ການ​ຮ້າຍ​ກໍ່ຕາມ ​ແຕ່​ປະຊາ​ຄົມ​ໂລກ​ຍັງ​ຈື່​ຈຳ​​ເຫດການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງຕ່າງໆໃນ​ອະດີດຕະການຢູ່. ກ່ອນ​ນີ້ 10 ປີ, ເຫດການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​​ເມື່ອ​ວັນ​ທີ 11/9/2001 ​ໄດ້​​ເຮັດ​ໃຫ້​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ​ໂລກ​ປ່ຽນ​ແປງ​ໄປ​ນຳ. ຈາກ​ເຫດການ​ດັ່ງກ່າວ, ວໍ​ຊິງ​ຕັນ​ ໄດ້​ປຸກລະດົມ​ການ​ຕໍ່ສູ້​ແນ່​ໃສ​ອາບ​ການ​ນີສະຖານ​ເພື່ອຕາມ​ລ່າ ​ແລະ ດັບ​ສູນ​ເຮືອນ​ຮັງ​ຂອງ​ອົງການ​ອານ​ເກ​ດາ ​ແລະ ສຸດ​ທ້າຍ​ຫົວ​ໂປ່​ກໍ່​ການ​ຮ້າຍ Osama bin Laden ກໍ່ຖືກ​ຍິງ​ຕາຍ​ຢູ່​ປາ​ກີ​ສະຖານ​ເມື່ອ​​ເດືອນ 5/2011. ຈາກ​ຜົນງານ​ດັ່ງກ່າວ, ປະ​ເທດ​ອາ​ເມ​ລິ​ກາ​ ໄດ້​ຕັດສິນ​ໃຈດຳ​ເນີນ​ແຜນການ​ຖອນ​ທະຫານ​ອອກ​ຈາກ​ອາບ​ການ​ນີສະຖານ ​ແຕ່​ເຫດການ​ຫາ​ກໍ່​ເກີດ​ຂຶ້ນ​ຫວ່າງ​ແລ້ວ​ນີ້​ຢູ່  Boston ​ໄດ້​ເຮັດ​ໃຫ້​​ທ່າ​ທີ​ຂອງ​ຫຼາຍ​ຄົນປ່ຽນ​ແປງ. ລູກ​ລະ​ເບີດ 2 ລູກ​ໄດ້​ລະ​ເບີດ​ຢູ່ເຫດການ​ທີ່​ດຶງດູດ​ການ​ຕິດຕາມ​ຂອງ​ເກືອບ 27.000 ຄົນ ​ແລະ ຜູ້​ເຂົ້າຮ່ວມ​ນັບ​ໝື່ນ​ຄົນ ​ ​ແລະ ແນ່​ໃສ່​ນະຄອນ​ທີ່​ຖືກ​ຖື​ວ່າສູນ​ການ​ສຶກສາ ​ທັງ​ແມ່ນ​ສູນ​ການ​ເງິນ​ໃຫ່ຍຂອງ​ອາ​ເມ​ລິ​ກາ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ “ຄວາມ​ສັ່ນ​ສະ​ເທືອ​ນ​ໃຫ່ຍ“ ບໍ່​ພຽງ​ແຕ່​ສຳລັບ​ປະ​ເທດ​ອາ​ເມ​ລິ​ກາ ​ເທົ່າ​ນັ້ນ, ຫາກ​​ສຳລັບ​ທົ່ວ​ໂລກ​ອີກ​ດ້ວຍ. ​ເຖິງ​ວ່າ, ຂະ​ບວນການ​ຕາ​ລີ​ບານ ຢູ່​ປາ​ກີ​ສະຖານ ​ປະຕິ​ເສດວ່າບໍ່ມີ​ບົດບາດ​​ໃດໃນ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ ​ແລະ ນັກ​ໄຈ້​ແຍກ​ຫຼາຍ​ທ່ານ​ກໍ່ຖື​ວ່າ: ການ​ບຸກ​ໂຈມ​ຕີຄັ້ງນີ້ ອາດ​ຈະ​​ແມ່ນ​ບັນດາ​ພາກສ່ວນ​ຫົວ​ຮຸນ​ແຮງ​ຝ່າຍ​ຂວາກໍ່​ຂຶ້ນ. ​ແຕ່​​ເຫດການ​ບຸກ​ໂຈມ​ຕີ ກໍ່​ແມ່ນ​ຄຳ​ກ່າວ​ເຕືອນ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ ຊື່​ງວໍ​ຊິງ​ຕັນ ​ປະຕິບັດ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ.

   ມາ​ຮອດ​ຈຸດ​ເວລາ​ນີ້, ອົງການ​ສືບສວນ​ສະຫະລັດ​ອາ​ເມ​ລິ​ກາ ຊື່​ງ​ແມ່ນ​ອົງການນຳ​ໜ້າ​ໃນ​ໜ້າ​ທີ່​ຕ້ານ​ກໍ່​ການ​ຮ້າຍຂອງ​ປະ​ເທດ​ອາ​ເມ​ລິ​ກາ ພວມ​ດຳ​ເນີນ​ການ​ສືບສວນ​ອາດຊະຍາ​ກຳ​ຂອງ​ເຫດການ​ບຸກ​ໂຈມ​ຕີ. ທ່ານ Charles Stone ອະດີດ​ນັກ​ສືບສວນ​ລັດ Georgia ຜູ້​ເຄີຍ​ເຂົ້າຮ່ວມ​ກອງ​ຕ້ານ​ການວາງ​ລະ​ເບີດ​ຂອງ​ອົງການ​ນີ້​ໃຫ້​ຮູ້​ວ່າ: ມີ​ຈຸດ​ທີ່ຄ້າຍຄື​ກັນ​ລະຫວ່າງ​ເຫດ​ວາງ​ລະ​ເບີດ​ຢູ່ Boston ກັບ​ເຫດ​ວາງ​ລະ​ເບີດ​ຢູ່​ງານ​ມະຫາ​ກຳ​ກິລາ​ໂລກ Atlanta ປະ​ເທດ​ອາ​ເມ​ລິ​ກາ ​ເມື່ອ​ປີ 1996. ​ເຖິງ​ແນວ​ນັ້ນກໍ່ຕາມ, ເຫດ​ວາງ​ລະ​ເບີດ​ສອງ​ຄັ້ງຢ່າງ​ລຽນຕິດ​ທີ່ຫາ​ກໍ່​ເກີດ​ຂຶ້ນ​ນັ້ນ, ອີກ​ເທື່ອ​ໜຶ່ງ​ໄດ້​ສ້າງ​ເປັນ​ສິ່ງ​ທ້າ​ທາຍ​ໃໝ່​ໃຫ້​ແກ່​ການ​ປ້ອງ​ກັນຄວາມ​ສະຫງົບ​​ຂອງ​ອາ​ເມ​ລິ​ກາ. ການ​ກະທົບ​ຫຼ້າ​ສຸດ​ຂອງ​ເຫດການ​ນີ້ແມ່ນ​ເຮັດ​ໃຫ້ຕະຫຼາດ​ຫຼັກ​ຊັບ​ຂາດ​ສະຖຽນ​ລະ​ພາບ. ບັນ​ດາ​ນັກ​ລົງທຶນ​ຮີບ​ເຮັ່ງ​ຂາຍ​ສິນຄ້າ​ປະ​ເພດ​ຕ່າ​ງໆ​ຄື: ນ້ຳມັນ, ຄຳ…​  ແຕ່​ສິ່ງ​ທີ່ອັນ​ຕະລາຍກ່ວາ​ນັ້ນແມ່ນ ມັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຈິດຕະສາດ​ຂອງປະຊາຊົນ​ອາ​ເມ​ລິ​ກາ ​ເມື່ອ​ເຫດການວາງ​ລະ​ເບີດ​​ເກີດ​ຂຶ້ນ​ຄື​ເຫດການ​ກໍ່​ການ​ຮ້າຍທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ກ່ອນ​ນີ້ 10 ກ່ວາປີ​./.

ຕອບກັບ

ຂ່າວ/ບົດ​ອື່ນ