ປ່ຽນໃຫມ່ລະບົບການເມືອງເລີ່ມຕົ້ນຈາກການສ້າງກົງຈັກໃຫ້ກະທັດລັດ

(vovworld)- ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ຊື່​ງຫາ​ກໍ່​ອັດ​ລົງ​ຢູ່ ຮ່າ​ໂນ້ຍ ນັ້ນ​ແມ່ນ​ການ​ປ່ຽນ​ໃຫມ່, ປັບປຸງລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ໃຫ້​ສົມບູນ​ແບບ ​ເພື່ອ​ສ້າງ​ກົງຈັກ​ໃຫ້​ຄົບ​ຊຸດ, ກະທັດ​ລັດ, ມີ​ລັກສະນະ​ໝັ້ນຄົງ. ​ໃນ​ຫລາຍ​ມາດ​ຕະການ​ປ່ຽນ​ໃຫມ່, ປັບປຸງລະບົບ​ການ​ເມືອງຢູ່​ຫວຽດນາມ ບັນຫາ​ສ້າງ​ກົງຈັກ​​ໃຫ້​ກະທັດ​ລັດ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ​​ໄດ້​ຮັບ​ຖື​ວ່າ​ແມ່ນ​ທິດ​ທາງສຳຄັນ​ທີ່​ສຸດ. ​

ປ່ຽນໃຫມ່ລະບົບການເມືອງເລີ່ມຕົ້ນຈາກການສ້າງກົງຈັກໃຫ້ກະທັດລັດ - ảnh 1
ພາບປະກອບ:internet

        ທີ​່ກອງ​ປະຊຸມ​ຄັ້ງ​ທີ 7 ຫວ່າງ​ແລ້ວ​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ນີ້​ໄດ້​ຮັບ​ຮູ້​ວ່າ ກົງຈັກ​ລັດ​ຂອງ​ຫວຽດນາມ ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ເຖິງ​ວ່າ​ມີ​ການ​ປ່ຽນ​ໃຫມ່​ຫລາຍ​ຢ່າງ​​ແລ້ວກໍ​ຕາມ ​ແຕ່​ບໍ່​ທັນ​ເໝາະ​ສົມ​ເທື່ອ. ຈຸດໝາຍ​ຫລຸດຜ່ອນ​ບັນຈຸພະນັກງານ​ບໍ່​ທັນ​ບັນລຸ​​ໄດ້ຄຳ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ. ຄຸນ​ນະພາ​ບຂອງ​ພະນັກງານ, ລັດຖະກອນ​ພາກສ່ວນ​ຫນຶ່ງບໍ່​ທັນ​ຕອບ​ສະຫນອງ​ຄວາ​ມຮຽກຮ້ອງຕ້ອງການ​, ຫນ້າ​ທີ່​ໃນ​ສະພາບ​ການ​ໃຫມ່​ໄດ້. ທ່ານ ຫງວຽນ​ເທ​ຈູງ, ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວຫນ້າ​ຄະນະ​ປະຈຳ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ຜູ້​ເຂົ້າ​ຮ່ວມ​ໂດຍ​ກົງ​ຄະນະ​ຊີ້​ນຳ​​ສູນ​ກາງ​ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ “ປ່ຽນ​ໃຫມ່​ສ້າງ​ລະບົບ​ການ​ເມືອງ​ຢູ່ ຫວຽດນາມ” ​ເພື່ອຍື່ນ​ສະ​ເຫ​ນີຕໍ່​ກອງ​ປະຊຸມສູນ​ກາງ​ພັກ​ຄັ້ງ​ທີ 7 ​ໃຫ້​ຮູ້​ວ່າ:

        “ທີ​ຫນຶ່ງ ລະບົບ​ການ​ເມືອງ​ຢູ່ ຫວຽດນາມ ​ແມ່ນ​ໃຫຍ່​ຫລວງທີ່​ສຸດ ​ແຕ່​ປະສິດທິ​ຜົນ, ຜົນ​ສັກສິດ​ບໍ່​ທັນ​ສູງ. ທີ​ສອງ ງົບປະມານ​ຫນ້ອຍ ​ແຕ່​ບັນຈຸພະນັກງານ​​ ​ ລັດຖະກອນ​ຈາກ​ສູນ​ກາງ​ລົງ​ຮອດ​ຕາ​ແສງ​ແມ່ນພັດ​ຫລາຍ​ໂພດ. ​ເພາະສະ​ນັ້ນ ​ເງິນ​ເດືອນ​ຂອງ​ລັດຖະກອນ​ຕຳ່. ນັ້ນ​ແມ່ນ​ຂໍ້​ຂັດ​ແຍ່ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ລະບົບ​ການ​ເມືອງ​ນີ້​ແມ່ນ​ເພື່ອ​ຮັບ​ໃຊ້​ປະຊາຊົນ. ຢາກ​ບັນລຸ​ໄດ້​ຈຸດໝາຍ​ນັ້ນ ກ່ອນ​ອື່ນ​ໝົດ​ຕ້ອງ​ສ້າງ​ກົງຈັກ​ໃຫ້​ກະທັດ​ລັດ, ຕິດ​ພັນ​ກັບ​ປະສິດທິ​ຜົນ​ຂອງ​ວຽກ​ງານ, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ.”

        ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 7, ຄະນະ​ບໍລິຫານ​ງາ​ນສູນ​ກາງ​ແລ້ວ, ສ້າງ​ກົງຈັກ​ໃຫ້​ກະທັດ​ລັດ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ ​ແມ່ນ​ບັນຫາ​ຮີບ​ດ່ວນ ຕ້ອງ​​ໄດ້​ຮັບ​ການແກ້​ໄຂ​ໃນ​ໄລຍະ​ປະຈຸ​ບັນ. ບັນຫາ​ນັ້ນ​ແມ່ນ​ຕ້ອງ​ເຮັດ​​ແນວ​ໃດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ທ່າ​ອ່ຽງຂອງ​ໂລກ​ປະຈຸ​ບັນ ​ເພື່ອ​ສ້າງ​ລັດຖະບານ​​ໃຫ້​ມີ​ປະສິດທິ​ຜົນ ​ແມ່ນ​ບັນຫາຊື່​ງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 7 ​ໄດ້​ເປັນ​ເອກະ​ພາບ​ສູງ. ຮອງ​ສາ​ດສະ​ດາ​ຈານ, ດຣ ​ເລ ກວກ ຫລີ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມິນ ຖື​ວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ ຢາກ​ສ້າງກົງຈັກ​ໃຫ້​ກະທັດ​ລັດ, ກ່ອນ​ອື່ນ​ໝົດ ພວກ​​ເຮົາ​ຕ້ອງ​ກວດກາ​ຄືນ​ກົງຈັກ, ກົງຈັກ​ໃດ​ຈຳ​ເປັນ​ຢ່າງ​ແທ້​ຈິງ ​ແລະ ບົດບາດ​ຫນ້າ​ທີ່​ຕ້ອງ​ຈະ​ແຈ້ງ. ທີ​ສອງ​ແມ່ນ ຕ້ອງກຳນົດ​ແຕ່​ລະ​ຕຳ​ແຫນ່​ງ​ເພື່ອ​ໃຫ້​ຜູ້​ປະຕິບັດ​ວຽກ​ງານ​ລັດຖະການ​ຮູ້ຈັກ​ໄດ້​ວ່າ ​ຕົນ​ເອງ​ຕ້ອງ​ເຮັດ​ຫຍັງ. ທີ​ສາມ ບັນດາ​ບໍລິການ​ໃດ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​​ຄຸ້ມ​ຄອງ​ຈາກ​ກົງຈັກ​ບໍລິຫານ ຕ້ອງສົ່ງ​ໃຫ້​ບັນດາອົງການ​ຈັດ​ຕັ້ງ​ສັງຄົມ​ຮັບຜິດ​ຊອບ.”

        ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ໃນ​ລະບົບ​ການ​ເມ​ືອງ, ຕ້ອງ​ມີ​ຄວາມເປັນ​ເອກະ​ພາບ​ດ້ານທັດສະນະ​ວ່າ: ​ອີງ​ໃສ່ວຽກ​ງານ​ເພື່ອ​ສັບ​ຊ້ອນ​ພະນັກງານ ຫາກ​ບໍ່​ແມ່ນ​ອີງ​ໃສ່ພະນັກງານ​​ເພື່ອ​ສັບ​ຊ້ອນ​ວຽກ​ງານ. ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ຄື​ແນວ​ໃດ​ແມ່ນ​ສັບ​ຊ້ອນ​ພະນັກງານປະຕິບັດຄື​ແນວ​ນັ້ນ. ຮອງ​ສາດສະດາຈານ, ດຣ ​ເຈີ​ນຄັກ​ວຽດ ຫົວຫນ້າ​ສະຖານ​ບັນ​ກໍ່ສ້າງ​ພັກ, ສັງກັດສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ສະ​ເຫ​ນີວ່າ:

        “ສຳລັບ​ກົງຈັກ​ພະນັກງານ, ລັດຖະກອນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ພວກ​ຂ້າພະ​ເຈົ້າ​ສະ​ເຫ​ນີ ຕ້ອງ​ສ້າງ​ລະບົບ​ມາດຕະຖານ, ຖານະ​ຕຳ່​ແຫນ່​ງ ຈຶ່ງ​ຕີ​ລາ​ຄາໄດ້​ຜູ້​ໃດ​ເຮັດວຽກ​ງານ​ໄດ້​ດີ ຜູ້​ໃດ​ເຮັດ​ວຽກ​ງານບໍ່​​ໄດ້ດີ. ຄຽງ​ຄູ່​ກັນ​ນັ້ນ ສືບ​ຕໍ່​ຄົ້ນ​ຄ້ວາ​ການຈັດ​ແບ່ງ​​ເງິນ​ເດືອນ. ບາງ​ທ້ອງ​ຖິ່ນ​​ໄດ້ປະຕິບັດ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ມີ​ປະສິດທິ​ຜົນ​ແລ້ວ. ຂ້າພະ​ເຈົ້າ​ສະ​ເຫ​ນີ ຕ້ອງ​ສະຫລຸ​ບັນດາ​ຮູບ​ແບບ​ດັ່ງກ່າວ ​ເພື່ອ​ປະຕິບັດ​ຢູ່​ຂັ້ນ​ສູງ​ກວ່າ. ດ້ານ​ອື່ນ, ພວກ​ເຮົາ​ຄວນ​ເພີ່ມ​ສິດ​ໃຫ້​ແກ່​ຫົວ​ຫນ້າ. ປະຈຸ​ບັນ ພວກ​ເຮົາ ພຽງ​ແຕ່ມອບ​ໃຫ້ຫົວ​ຫນ້າ​ຄຸ້ມ​ຄອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ ​ແຕ່​ເຂົາ​ເຈົ້າ​ພັດບໍ່​ມີ​ສິດ​ຫລາຍ​ໃນ​ການ​ຕີ​ລາຄາ, ນຳ​ໃຊ້ ​ແລະ ​ເບ​ິກຈ່າຍ​ເງິນ​ເດືອນ​​ໃຫ້​ແກ່​ພະນັກງານ, ລັດຖະກອນ.”

        ການ​ປ່ຽນ​ແປງລະບົບ​ການ​ເມືອງ, ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ລວມມີຫລາຍ​ວຽກ​ງານ​ຕ້ອງ​ເຮັດ​ຄື: ປ່ຽນ​ໃຫມ່​ວິທີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ປັບປຸງ​ກົງຈັກ​ລັດ​ໃຫ້​ຄົບ​ຊຸດ ດ້ວຍ​ການ​ສ້າງ​ພາລະ​ຫນ້າ​ທີ່​ໃຫ້​ສຳ​ເລັດ, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ລັດຖະກອນ, ປັບປຸງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ, ປ່ຽນ​ໃຫມ່​ຮູບ​ການ, ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ​. ​ໃນ​ນັ້ນ ການ​ສ້າງ​ກົງຈັກ​ໃຫ້​ກະທັດ​ລັດ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ ​ແມ່ນ​ບັນຫາ​ສຳຄັນ​ໄດ້ ​ແລະ ພວມ​​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​ຍົກ​ສູງ​ປະ​ສິດທິ​ຜົນ​ຂອງ​ທັງ​ລະບົບ​ການ​ເມ​ືອງ.

ຕອບກັບ

ຂ່າວ/ບົດ​ອື່ນ