ຢຶດໝັ້ນແນວຄິດໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ

(VOVWORLD) -ເພື່ອເຮັດຫລ້ອນພາລະກຳການຊີ້ນຳນຳພາປະເທດຊາດ, ໃນວິວັດແຫ່ງການພັດທະນາ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຊາບຊຶມ ແລະ ປະຕິບັດແນວຄິດຂອງປະທານໂຮ່ຈີມິນທີ່ວ່າ “ພັກກອມມູນິດຫວຽດນາມ ແມ່ນພັກກຳອຳນາດ”. ຄວາມຮັບຮູ້ອັນຖືກຕ້ອງ ແລະ ຢຶດໝັ້ນແນວຄິດ ໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກໃນເງື່ອນໄຂ ພັກກຳອຳນາດ ແມ່ນເພື່ອແນໃສ່ປະຕິບັດບັນດາຫນ້າທີ່ຂອງພັກໃນການສ້າງສາປະເທດຊາດໃຫ້ເປັນຢ່າງດີ. 
ຢຶດໝັ້ນແນວຄິດໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກ - ảnh 1ພາບປະກອບ ( cpv.org.vn

ແນວຄິດໂຮ່ຈີມິນ ກ່ຽວກັບພັກກຳອຳນາດ ແມ່ນການຮັບເອົາ, ສືບທອດໂດຍມີການຄັດເລືອກ ແລະ ໝູນໃຊ້ທິດສະດີ ລັດທິ ມາກເລນິນ ກ່ຽວກັບພັກກຳອຳນາດເຂົ້າໃນເງື່ອນໄຂພຶດຕິກຳຕົວຈິງຂອງການປະຕິວັດຫວຽດນາມ ຢ່າງມີຫົວຄິດປະດິດສ້າງ. ມີເນື້ອແທ້ດຽວກັນ, ແຕ່ ແນວຄິດໂຮ່ຈີມິນ ກ່ຽວກັບພັກກຳອຳນາດ ມີການພັດທະນາກວ່າ, ນັ້ນແມ່ນ “ພັກຂອງຊົນຊັ້ນ”, “ພັກຂອງທົ່ວປວງຊົນທັງຊາດ”, “ພັກຂອງຊາດ”, “ພັກຢູ່ໃນສັງຄົມ”, “ພັກໂດຍແມ່ນປະຊາຊົນເຂົ້າຮ່ວມວິວັດການຈັດຕັ້ງ, ກວດກາ, ຕິດຕາມກວດກາ”..ຢູ່ ຫວຽດນາມ, ກຳອຳນາດ ແມ່ນຫນ້າທີ່ດ້ານການເມືອງ ແລະ ແມ່ນພາລະກຳປະຫວັດສາດຂອງພັກ. ພຶດຕິກຳດ້ານປະຫວັດສາດ ໄດ້ຊີ້ອອກວ່າ ພັກກຳອຳນາດ ແລະ ການຊີ້ນຳນຳພາອຳນາດການປົກຄອງລັດ ແລະ ສັງຄົມ ແມ່ນຫນ້າທີ່ສຳຄັນງທີ່ຂາດບໍ່ໄດ້, ແມ່ນພາລະກຳປະຫວັດສາດ ຊື່ງຊົນຊັ້ນ, ຊົນຊາດ ແລະ ປະຊາຊົນ ໄດ້ມອບໝາຍໃຫ້ພັກ.

ແນວທາງການເມືອງອັນຖືກຕ້ອງ ແລະ ແມ່ນບັນຫາສຳຄັນທີ່ສຸດ

ບັນຫາສຳຄັນທີ່ສຸດຂອງພັກກຳອຳນາດ ແມ່ນກຳນົດໃຫ້ໄດ້ແນວທາງການເມືອງອັນຖືກຕ້ອງ ເພື່ອພັດທະນາປະເທດຊາດ, ສ້າງສັງຄົມນິຍົມໃຫ້ສຳເລັດຜົນ. ເມື່ອເຫັນໄດ້ບັນຫາສຳຄັນນີ້ຢ່າງຈະແຈ້ງ, ໃນຄາວຍັງມີຊີວິດຢູ່ ທ່ານປະທານໂຮ່ຈີມິນ ຍາມໃດກໍ່ຮຽກຮ້ອງໃຫ້ທົ່ວພັກ ຕ້ອງຍົກສູງລະດັບຄວາມຮູ້ດ້ານທິດສະດີ, ໝູນໃຊ້ ແລະ ພັດທະນາ ລັດທິມາກເລນີນ ຢ່າງມີຫົວຄິດປະດິດສ້າງເພື່ອຊອກໃຫ້ໄດ້ກົດເກນພັດທະນາຂອງການປະຕິວັດຫວຽດນາມ. ພິເສດ ເພິ່ນໄດ້ຊີ້ແຈ້ງວ່າ ຕ້ອງອີງໃສ່ພຶດຕິກຳຕົວຈິງຫວຽດນາມ ໝູນໃຊ້ຫລັກໝັ້ນ, ທັດສະນະ, ວິທີການຂອງລັດທິ ມາກເລນິນ ເພື່ອແນໃສ່ແກ້ໄຂບັນດາບັນຫາ ຊື່ງພຶດຕິກຳຕົວຈິງຫວຽດນາມ ໄດ້ວາງອອກ. ນັ້ນແມ່ນຄຳຊີ້ບອກສຳຄັນຍິ່ງໃນການກຳນົດທິດໃຫ້ແກ່ຈີນຕະນາການຊີ້ນຳນຳພາຂອງພັກໃນທຸກໄລຍະປະຕິວັດ ເປັນຕົ້ນແມ່ນໃນໄລຍະພັກຊີ້ນຳນຳພາອຳນາດການປົກຄອງ. ເພື່ອກຳນົດແນວທາງການເມືອງອັນຖືກຕ້ອງຂອງພັກກຳອຳນາດ, ປະທານໂຮ່ຈີມິນ ຍາມໃດກໍຕັກເຕືອນ, ສະກັດກັ້ນ, ດັດແກ້ຄວາມຮັບຮູ້, ແນວຄິດທີ່ຜິດພາດໃນພັກ. ພົ້ນເດັ່ນແມ່ນໃນໂອກາດສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (ວັນທີ 3 ກຸມພາປີ 1960), ທ່ານປະທານໂຮ່ຈີມິນ ຢືນຢັນ: “ພັກຍິ່ງໃຫຍ່ ເພາະວ່າ ນອກເຫນືອຜົນປະໂຫຍດຂອງຊົນຊັ້ນ, ຂອງປະຊາຊົນ, ຂອງຊາດ, ພັກກອມມູນິດ ຫວຽດນາມ ບໍ່ມີຜົນປະໂຫຍດໃດອີກ”

ເປັນອັນວ່າ ການກຳນົດແນວທາງການເມືອງອັນຖືກຕ້ອງຂອງພັກ ແມ່ນບັນຫາສຳຄັນທີ່ສຸດຂອງພັກກຳອຳນາດ. ໃນຕະຫລອດວິວັດການຊີ້ນຳນຳພາການປະຕິວັດ ຫວຽດນາມ, ເປັນຕົ້ນແມ່ນ ເມື່ອຈັດຕັ້ງບັນດາກອງປະຊຸມສູນກາງ ແລະ ກອງປະຊຸມໃຫຍ່ຂອງພັກຄັ້ງຕ່າງໆນັ້ນ, ທົ່ວພັກ ແລະ ພະນັກງານ, ສະມາຊິກພັກທຸກໆຄົນ ທັງຕ້ອງຊາບຊຶມ, ຮັບຮູ້ແນວຄິດໂຮ່ຈີມິນ ແລະ ແຜນນະໂຍບາຍ, ແນວທາງຂອງພັກກ່ຽວກັບພັກກຳອຳນາດຢ່າງເລິກເຊິ່ງນັ້ນ ພ້ອມທັງສະກັດກັ້ນ, ຕໍ່ສູ້ກັບບັນດາປະກົດການອັນຜິດພາດ ນັບທັງຄວາມຮັບຮູ້ ແລະ ການກະທຳໃນການວາງແນວທາງຂອງພັກ, ບັນດາປະກົດການເມີນເສີຍແນວຄິດພື້ນຖານຂອງພັກກ່ຽວກັບພັກກຳອຳນາດ ຊື່ງທ່ານປະທານໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ໄດ້ວາງອອກ.

ພາລະກຳກຳອຳນາດແມ່ນອີງໃສ່ການຝຶກຝົນຫລໍ່ຫລອມຄຸນສົມບັດຂອງສະມາຊິກພັກ

ເພື່ອໃຫ້ພັກກອມມູນິດ ຫວຽດນາມ ສົມເປັນພັກກຳອຳນາດ, ກ່ອນທີ່ຈາກ ໄປ, ໃນພິໄນກຳຂອງທ່ານປະທານໂຮ່ຈີມິນ ເພິ່ນ ໄດ້ຕັກເຕືອນໃຫ້ທົ່ວພັກ ເປັນຕົ້ນແມ່ນສະມາຊິກພັກ. ນັ້ນແມ່ນຕ້ອງເຊື່ອມຊຶມ ແລະ ປະຕິບັດແນວຄິດ “ພັກເຮົາແມ່ນພັກກຳອຳນາດ. ສະມາຊິກພັກ ແລະ ພະນັກງານແຕ່ລະຄົນຕ້ອງຊາມຊຶມຄຸນສົມບັດປະຕິວັດ, ຕ້ອງມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວຢ່າງແທ້ຈິງ. ຕ້ອງຮັກສາພັກເຮົາໃຫ້ປອດໃສ, ຕ້ອງສົມເປັນຜູ້ນຳພາ, ແມ່ນຜູ້ຮັບໃຊ້, ຈົ່ງຮັກພັກດີຕໍ່ປະຊາຊົນຢ່າງແທ້ຈິງ”

ເປັນອັນວ່າ ພາລະກຳກຳອຳນາດ ແລະ ຊີ້ນຳນຳພາອຳນາດການປົກຄອງລັດຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດໄດ້ຫລືບໍ່ ແມ່ນອີງໃສ່ການຝືກຝົນຫລໍ່ຫລອມຄຸນສົມບັດປະຕິວັດຂອງພະນັກງານ, ສະມາຊິກພັກ ແຕ່ລະຄົນ, ອີງໃສ່ກຳລັງຄວາມສາມາດຊີ້ນຳນຳພາ, ຄວາມປອດໃສ, ຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ, ແມ່ນຜູ້ຮັບໃຊ້, ຈົ່ງຮັກພັກດີຕໍ່ປະຊາຊົນ. ນີ້ແມ່ນບັນຫາຫລັກແຫລ່ງ ແມ່ນມາດຖານອັນດັບຫນຶ່ງ ແມ່ນເງື່ອນໄຂທຳອິດເພື່ອໃຫ້ພັກກອມມູນິດ ຫວຽດນາມ ປະຕິບັດການກຳອຳນາດຂອງຕົນຕໍ່ລັດ, ສັງຄົມ ແລະ ທົ່ວປວງຊົນຢ່າງຖືກຕ້ອງ.

ຍົກສູງກຳລັງຄວາມສາມາດກຳອຳນາດຂອງພັກ ແລະ ຮັບປະກັນການຊີ້ນຳນຳພາຂອງພັກໃຫ້ມີຜົນສັກສິດ ແລະ ມີປະສິດທິຜົນ, ຮັກສາຄຸນທາດການເມືອງຂອງພັກ, ຂອງອົງການຈັດຕັ້ງພັກ, ຂອງພະນັກງານ, ສະມາຊິກພັກ ກໍ່ແມ່ນເນື້ອໃນຈຸດສຸມໃນການກໍ່ສ້າງພັກກ່ຽວກັບດ້ານການເມືອງ ຊື່ງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ໄດ້ກຳນົດ. ກຳລັງຄວາມສາມາດກຳອຳນາດຂອງພັກ ແລະ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງພະນັກງານ, ສະມາຊິກພັກ ແມ່ນສອງມາດຖານທີ່ເປັນເນື້ອໃນພື້ນຖານ, ຮັບປະກັນໃຫ້ພັກກອມມູນິດຫວຽດນາມ ໃຫ້ສົມເປັນພັກກຳອຳນາດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ