ວັນທີ 2/9/1945, ວັນຊາດປະເທດຫວຽດນາມເອກະລາດ:ປະຫວັດສາດ, ຂີດໝາຍ ແລະ ອະນາຄົດ

(vovworld) - ວັນ​ທີ 2/9 ກ່ອນ​ນີ້ 69 ປີ, ຕໍ່ໜ້າ​ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍນັບ​ແສນ​ຄົນ, ຕາງໜ້າ​ໃຫ້​ຊາວ​ຫວຽດນາມ​ທັງ​ຊາດ 20 ລ້ານ​ກວ່າຄົນ, ປະທານ ​ໂຮ່ຈີ​ມິນ​ໄດ້​ອ່ານ​ບົດຖະ​ແຫຼ​ງ​ປະກາດ​ເອກະລາດ, ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ (ສປ ຫວຽດນາມ). ປະຈຸ​ບັນ​ແມ່ນ​ປະ​ເທດ ສສ ຫວຽດນາມ. ນັບ​ແຕ່​ນັ້ນ​ປະ​ເທດ​ຫວຽດນາມ​ ໄດ້​ກ້າວ​ເຂົ້າ​ສູ່​ໜ້າ​ປະຫວັດສາດ​ໃໝ່, ກ້າວ​ເຂົ້າ​ສູ່ສັງກາດແຫ່ງ​ເອກະລາດ, ​ເສລີພາບ. ​ແລະ ກໍ່​ນັບ​ແຕ່​ນັ້ນ, ປະ​ເທດ​ຫວຽດນາມ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ຢັ້ງ​ຢືນ​ທີ່​ຕັ້ງ​ຂອງ​ຕົນເປັນ​ປະ​ເທດ​ເອກະລາດ​, ເປັນ​ເຈົ້າ​ຕົນ​ເອງໃນ​ເວທີ​ສາກົນ.

ວັນທີ 2/9/1945, ວັນຊາດປະເທດຫວຽດນາມເອກະລາດ:ປະຫວັດສາດ, ຂີດໝາຍ ແລະ ອະນາຄົດ - ảnh 1

ທ່ານ​ປະທານ​ໂຮ່ຈີ​ມິນ ​ອ່ານ​ບົດຖະ​ແຫຼ​ງ​ປະກາດເອກະລາດ​

(ພາບ: ອິນເຕີແນດ)

        ວັນ​ທີ 2/9/1945. ທ່ານ​ປະທານ​ໂຮ່ຈີ​ມິນ ​ອ່ານ​​ຖະ​ແຫຼ​ງ​ປະກາດເອກະລາດ​ ​ ຢືນຢັນ​ກັບ​ທົ່ວ​ໂລກ​ວ່າ: ​ຫວຽດນາມ​ມີ​ສິດ​ເສລີພາບ ​ແລະ ​ເອກະລາດ. ​ແລະ​ຄວາມ​ຈິງ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີສິດເສລີພາບ ​ແລະ ​ເອກະລາດ. ທັງ​ປະ​ເທດ​ຫວຽດນາມ​ຕັດສິນ​ໃຈຮັກສາ​ສິດ​ເສລີພາບ ​ແລະ ​ເອກະລາດ​ດັ່ງກ່າວ​ດ້ວຍ​ຈິດ​ໃຈ, ກຳລັງ, ຊີວິດ ​ແລະ​ຊັບ​ສົມບັດ​ຂອງ​ຕົນ​.

        ຂີດ​ໝາຍ​ອັນ​ສະຫງ່າ​ລາສີໃນ​ປະຫວັດສາດຫວຽດນາມ ​ແລະ ຂີດ​ໝາຍ​ໃນປະຫວັດສາດ​ໂລກ

        ວັນ​ທີ 2/9/1945 ​ໄດ້​ກ້າວ​ເຂົ້າ​ສູ່​ປະຫວັດສາດ, ຄື​ດັ່ງ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ກວ່າ​ໝູ່​ໃນ​ປະຫວັດນັບ​ພັນ​ປີ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ. ບົດ​ປະກາດ​ຖະ​ແຫຼ​ງ​ເອກະລາດ​​ແມ່ນ​ເອກະສານ​ນິຕິ​ກຳ​ທີ່​ສຳຄັນ​ທຳ​ອິດ​​ເມື່ອ​ສະຖາປະນາ​ປະ​ເທດ ສປ ຫວຽດນາມ. ຢືນຢັນ​ສິດ​ເສລີພາບ, ​ເອກະລາດ​ຂອງ​ປະຊາຊົນ​ຫວຽດນາມ ​ຕໍ່ໜ້າ​ປະຊາຊົນ​ທົ່ວ​ໂລກ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ມັນ​ຍັງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ​ຢູ່​ຫວຽດນາມ. ດ້ວຍ​ຈຸດໝາຍ​ “​ເອກະລາດ - ​ເສລີພາບ - ມີ​ຄວາມ​ຜາ​ສຸກ“. ສິ່ງ​ດັ່ງກ່າວ​ໄດ້​ເຍືອງ​ທາງ​​ເພື່ອໃຫ້​ການ​ປະຕິວັດ​ຫວຽດນາມ​ມຸ່ງ​ໄປ​ສູ່​ລະດັບ​ສູງ​ໃໝ່​ໃນ​ພາລະກິດ​ກໍ່ສ້າງລັດ​ຂອງ​ປະຊາຊົນ. ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

        ບົດ​ຖະ​ແຫຼ​ງ​ປະກາດເອກະລາດກໍ່​ເປັນ​ຂີດ​ໝາຍ​ແຫ່ງ​ໄຊຊະນະ​ແຫ່ງ​ການ​ຕໍ່ຕ້ານ​ຕ້ານລ່າ​ເມືອງ​ຂຶ້ນ ​ແລະ ສັກ​ດີ​ນາມາ​ເປັນ​ເວລາ​​ເກືອບ​ຮ້ອຍ​ປີຂອງ​ຊາດ​ຫວຽດນາມ. ​ແມ່ນ​ໄຊຊະນະ​​ແຫ່ງ​ຄວາມ​ຫວັງ​ເສລີ​ພາບ, ​ເອກະລາດ. ນັບ​ແຕ່​ນັ້ນ, ​ໃນ​ຖານະ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະ​ເທດ​ຫວຽດນາມ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ພາລະໜ້າ​ທີ່​ປະຫວັດສາດ​ອັນ​ສະຫງ່າ​ລາ​ສີ​ຂອງ​ຕົນ, ​ນັ້ນ​​ແມ່ນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ປີ 1975, ນັກ​ຄ້ົນຄ້ວາປະ​ຫວັດສາດ ​ເຢືອງຈູງ​ກວົກ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ເຫດກາ​ນວັນ​ທີ 2/9/1945 ປະທານ​ ໂຮ່ຈີ​ມິນ ອ່ານ​ບົດຖະ​ແຫຼ​ງ​ເປະກາດອກະລາດ ​ແລະ ສ້າງ​ຕັ້ງ​ພື້ນຖານ​ສາທາລະນະ​ລັດ ປະຊາທິປະ​ໄຕ​ຢູ່​ຫວຽດນາມນັ້ນ, ບໍ່ພຽງ​ແຕ່​ຢຸດຕິ​ລະບອບ​ຫົວ​ເມືອງ​ຂຶ້ນ​ຝລັ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ຢຸດຕິ​ລະບອບ​ສັກ​ດີ​ນາ​ອີກ​ດ້ວຍ. ​ເຫດການ​ນີ້​ໄດ້​ນຳ​ຫວຽດນາມ​ ກ້າວ​ເຂົ້າ​ສູ່​ໄລຍະ​ປະຫວັດສາດ​ໃໝ່, ດ້ວຍ​ພື້ນຖານ​ແມ່ນ​ສາທາລະນະ​ລັດ, ປະຊາທິປະ​ໄຕ, ​ແລະ ຈາກ​ກຳລັງ​ແຮງ​ຂອງ​ປະ​ເທດ​ເອກະລາດ​ນັ້ນ, ພວກ​ເຮົາ​ສືບ​ຕໍ່​ການ​ຕໍ່ຕ້ານ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຕໍ່​ໄປ.

       ບົດຖະ​ແຫຼ​ງ​ປະກາດເອກະລາດ​ໃນວັນ​ທີ 2/9/1945 , ບໍ່ໍ່​ພຽງ​ແຕ່​ສະຖາປະນາ​ປະ​ເທດ ສປ ຫວຽດນາມ, ​ເຊິ່ງ​ແມ່ນ​ລັດ​ເອກະລາດ​ທຳ​ອິດ​​ໃນ​ລະບົບ​ບັນດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ຂອງ​ໂລກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສັນຍານ​ແຫ່ງ​ການ​ສ້າງ​ຕັ້ງ​ລະບອບ​ສັງຄົມ​ໃໝ່, ອຳນາດ​ການ​ປົກຄອງ​ກຳມະກອນ-​ກະ​ສີກ​ອນທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເປີດ​ສາກ​ສັງກາດ​​ເອກະລາດ, ​ເສລີພາບ​ຂອງ​ບັນດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ທີ່​ຖືກ​ກົດ​ຂີ່​ຂູດ​ຮີດ, ປະກອບສ່ວນ​ໃຫ້​ພາລະກິດ​ປົດ​ປ່ອຍຊາດ​;

        “ສຳລັບ​ສາກ​ົນ, ​ເຫດການ​ຫວຽດນາມ​ ຍາດ​ໄດ້​ເອກະລາດ​ໃນ​ປີ 1945 ມີ​ຜົນ​ສະທ້ອນ​ອັນໃຫຍ່​ຫຼວງ​ທີ່​ສຸດ. ​ເຫດການ​ນີ້​ຄື​ດັ່ງ​ແບບຢ່າງ​​ເພື່ອໃຫ້​​ບັນດາ​ປະ​ເທດຫົວ​ເມືອງ​ຂຶ້ນປະຕິບັດ​ຕາມ. ຂ້າພະ​ເຈົ້າ​ຖື​ວ່າ, ຊາວ​ຫວຽດນາມ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ພິ​ເສດ​ຕໍ່​ເຫດການ​ນີ້,  ​ເພາະວ່າ​ເຂົາ​ເຈົ້າ​​ໄດ້​ຍາດ​ເອົາ​ເອກະລາດ​ມາ​ກ່ອນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​,​ ນັບ​ແຕ່ພາຍຫຼັງ​ສົງຄາມ​ໂລກຄັ້ງ​ທີ 2“.

        ​ເພີ່ມ​ກຳລັງ​ແຮງໃຫ້​ແກ່​ອະ​ນາ​ຄົດ

        69 ປີ, ນັບ​​​ແຕ່ສະຖາປະນາ​ປະ​ເທດ ສປ​.ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ ສສ ຫວຽດນາມ. ປະ​ເທດ​ຫວຽດນາມ​ ພວມ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ. ພາຍຫຼັງ​ 25 ກວ່າ​ປີ​ແຫ່ງການ​ປ່ຽນ​ໃໝ່​, ຫວຽດນາມ​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ ​ແລະ ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ເພື່ອນ​ມິດສາ​ກົນ. ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເຕີບ​ໃຫຍ່​ໃນ​ທຸກ​ດ້ານ​ຂອງ​ພັກ, ລັດ ​ແລະ ທົ່ວ​ປວງຊົນ​ຫວຽດນາມ.

        ບົນ​ເສັ້ນທາງ​ແຫ່ງ​ການ​ພັດທະນາ, ຫວຽດນາມ ​ພວມ​ສູ້​ຊົນ​ເພື່ອ​ຮອດ​ປີ 2020 ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ, ມີ​ສະຖຽນ​ລະ​ພາບດ້ານການ​ເມືອງ, ສັງຄົມ, ມີປະຊາທິປະ​ໄຕ, ຊີວິດດ້ານ​ວດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ. ​ເອກະລາດ, ​ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ.  ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ... ສືບ​ຕໍ່​ຈິດ​ໃຈ​ຂອງ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ​ທີ 2/9. ​ໃນ​ໄລຍະ​ນີ​້ຮຽກຮ້ອງ​ໃຫ້​ຫວຽດນາມ​ ຕ້ອງ​ປະຕິບັດ​ຄາດໝາຍ​ແດງທີ່​ໄດ້​ວາງ​ອອກ​ໃຫ້​ໄດ້. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ຢືນຢັນ​ວ່າ:

        “ປະ​ເທດ​ຫວຽດນາມ​ ໄດ້​ຜ່ານ​ຜ່າ​ການ​ທົດ​ສອບຫຼາຍ​ຢ່າງ. ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງ​ທັບໄດ້​ມານະ​ພະຍາຍາມ​ເພື່ອ​ບັນລຸ​​ໄດ້ບັນດາຜົນງານ​ທີ່​ສຳຄັນ​ ​ແລະ ບັນດາ​ບົດຮຽນ​ອັນ​ລຳ້​ຄ່າ. ພາ​ລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ພວມ​ຮຽກຮ້ອງ​ໃຫ້ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ສູງ, ມີ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບ​ດ້ານ​ເຈດ​ຈຳນົງ ​ແລະ ການ​ກະທຳ, ມີ​ຈິດ​ໃຈ​ປ່ຽນ​ໃໝ່​ຢ່າງ​ແຮງ, ຮອບດ້ານ ​ແລະ ຄົບ​ຊຸດ. ພວກ​ເຮົາ​ໝັ້ນ​ໝາຍ​ຈະ​​ເຮັດ​ວຽກ, ອຸທິດ​ສ່ວນ​ໃຫ້​ເໝາະ​ສົມ​ກັບ​ລຸ້ນກ່ອນ, ​ເໝາະ​ສົມກັບ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ ​ແລະ ​ເພື່ອ​ອະນາຄົດ​ຂອງ​ຄົນ​ລຸ້ນຫຼັງ“.

        69 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່​ຄຸນຄ່າ​ປະຊາທິປະ​ໄຕ, ຍຸຕິ​ທຳ​ຂອງ​ບົດຖະ​ແຫຼ​ງ​ເອປະກາດກະລາດ​ວັນ​ທີ 2/9/1945 ຍັງ​ຄົງ​ເພີ່ມ​ກຳລັງ​ແຮງ​ໃຫ້​ຊາດ​ຫວຽດນາມ ​ກ້າວ​ຂຶ້ນ,ດ້ວຍ​ຄວາມ​​​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງໝັ້ນຄົງ. ບົດ​ຖະ​ແຫຼ​ງ​ປະກາດເອກະລາດ​​ໄດ້ ​ແລະ ພວມ​ແມ່ນ​ກຳລັງ​ແຮງ​ດ້ານ​ຈິດ​ໃຈ​ເພື່ອ​ໃຫ້​ຊາດ​ຫວຽດນາມ​ກໍ່ສ້າງ, ພັດທະນາ​ປະ​ເທດ​ຊາດ, ສືບ​ຕໍ່​ສ້າງ​ຂີດ​ໝາຍ​ປະຫວັດສາດອັນ​ສະຫງ່າ​ລາສີ​ໃຫ້​ແກ່​ປະ​ເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ